ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ
ວ່າການກະຊວງການຕ່າງປະເທດ ຫວຽດນາມ
(ພາບປະກອບ)
(vovworld) – ວັນທີ 20/11 ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ນຳໜ້າ, ເຂົ້າຮ່ວມ ແລະ ປະກອບຄຳເຫັນຢ່າງຕັ້ງໜ້າຢູ່ບັນດາກອງປະຊຸມກຽມໃຫ້ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 27 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງຢູ່ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ. ທີ່ບັນດາກອງປະຊຸມນີ້, ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ສະເໜີ ອາຊຽນ ຄວນປະຕິບັດວິໄສທັດປະຊາຄົມ ອາຊຽນ 2025 ແລະ ບັນດາແຜນການຜັນຂະຫຍາຍວິໄສທັດໃນ 3 ເສົາຄ້ຳຢ່າງມີປະສິດທິຜົນ. ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ກໍສະເໜີ ອາຊຽນ ສະຫງວນບຸລິມະສິດໃຫ້ແກ່ການຜັນຂະຫຍາຍແຜນການສັງລວມເຊື່ອມຕໍ່ ອາຊຽນ ແລະ ຂໍ້ລິເລີ່ມຮ່ວມສຳພັນ ອາຊຽນ (IAI) ກ່ຽວກັບຮັດແຄບຊ່ອງຫວ່າງພັດທະນາ, ໃນນັ້ນ ເອົາໃຈໃສ່ເປັນພິເສດ ເຖິງການສ້າງບັນຊີລາຍຊື່ບັນດາໂຄງການບຸລິມະສິດໃຫ້ເໝາະສົມກັບຄວາມຮຽກຮ້ອງຕ້ອງການຂອງບັນດາປະເທດເຂດອະນຸພາກພື້ນແມ່ນ້ຳຂອງ. ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແບ່ງປັນບັນດາການຜັນແປຢ່າງສັບສົນຢູ່ທະເລຕາເວັນອອກ, ສະເໜີ ອາຊຽນ ຄວນສືບຕໍ່ສະແດງລັກສະນະ
ລວມ ແລະ ບົດບາດເປັນເຈົ້າການໃນບັນຫານີ້ ເພື່ອແນໃສ່ຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບ, ປອດໄພໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ; ເນັ້ນໜັກເຖິງເລື່ອງເຄົາລົບບັນດາຫລັກຖານຂອງກົດໝາຍສາກົນ ແລະ ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ໃຫ້ຄຳໝັ້ນສັນຍາບໍ່ນຳໃຊ້ກຳລັງທະຫານຢູ່ທະເລຕາເວັນອອກ ແລະ ສຳເລັດປະມວນຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ.
ແລະໃນວັນດຽວກັນ, ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ມີການພົບປະ 2 ຝ່າຍກັບ ທ່ານ Vivian Balakrishnan ລັດຖະມົນຕີວ່າການກະຊວງການຕ່າງປະເທດ ສິງກະໂປ.