ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງເຈລະຈາກັບລັດຖະມົນຕີການຕ່າງປະເທດຍີ່ປຸ່ນ

(VOVWORLD) -ວັນທີ 13 ກັນຍາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ມີການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono ເນື່ອງໃນໂອກາດທ່ານມາເຂົ້າຮ່ວມເວທີປາໄສເສດຖະກິດໂລກອາຊຽນ 2018 ຢູ່ຫວຽດນາມ.
ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງເຈລະຈາກັບລັດຖະມົນຕີການຕ່າງປະເທດຍີ່ປຸ່ນ - ảnh 1(ການເຈລະຈາລະຫວ່າງ 2 ຝ່າຍ)

 ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ແລະ ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono ໄດ້ເປັນປະທານກອງປະຊຸມຄະນະກຳມະການຮ່ວມມືຫວຽດນາມ - ຍີ່ປຸ່ນ ຄັ້ງທີ 10.

        ທີ່ການເຈລະຈາ, 2 ຝ່າຍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຮງ, ວ່ອງໄວ ແລະ ຮອບດ້ານຂອງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງລະຫວ່າງຫວຽດນາມ - ຍີ່ປຸ່ນ ໃນໄລຍະຜ່ານມາ; ສຸມໃສ່ແລກປ່ຽນບັນດາມາດຕະການລະອຽດເພື່ອແນໃສ່ເພີ່ມທະວີການພົວພັນລະຫວ່າງ 2 ປະເທດກວ່າອີກ; ເຫັນດີຮັກສາ ແລະ ຍົກສູງປະສິດທິຜົນຂອງບັນດາກົນໄກແລກປ່ຽນ, ການເຈລະຈາລະຫວ່າງກະຊວງການຕ່າງປະເທດຂອງ 2 ປະເທດ, ໃນນັ້ນມີກອງປະຊຸມຄະນະກຳມະການຮ່ວມມືຄັ້ງທີ 11 ຢູ່ໂຕກຽວ ແລະ ຄູ່ເຈລະຈາຍຸດທະສາດຄັ້ງທີ 7, ຍົກສູງປະສິດທິຜົນການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໃຫ້ຮູ້ວ່າ.

        “ການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ ແມ່ນການພົວພັນຄູ່ຮ່ວມມືເລິກເຊິ່ງ, ກວ້າງຂວາງ. 2 ປະເທດພວກເຮົາໄດ້ພັດທະນາການພົວພັນໃນຫຼາຍຂົງເຂດ. ໃນໄລຍະຜ່ານມາ, ພວກເຮົາໄດ້ເຫັນປະຈັກຕາການພົບປະແລກປ່ຽນ, ໂດຍສະເພາະແມ່ນການນຳຂັ້ນສູງ 2 ປະເທດໄດ້ຢ້ຽມຢາມເຊິ່ງກັນແລະກັນ, ແມ່ນເຫດການສຳຄັນພິເສດໃນການພົວການພັນລະຫວ່າງ 2 ປະເທດ. ກ່ຽວກັບດ້ານເສດຖະກິດ, ຍີ່ປຸ່ນ ສືບຕໍ່ແມ່ນຄູ່ຮ່ວມມືເສດຖະກິດແຖວໜ້າຂອງຫວຽດນາມ, ປະຈຸບັນ, ຍີ່ປຸ່ນ ແມ່ນປະເທດສະໜອງທຶນອຸປະຖຳພັດທະນາໃຫຍ່ສຸດ, ແມ່ນຄູ່ຮ່ວມມືຢືນອັນດັບທີ 2 ກ່ຽວກັບການລົງທຶນໂດຍກົງຈາກຕ່າງປະເທດ, ແມ່ນຄູ່ຮ່ວມມືຢືນອັນດັບທີ 3 ກ່ຽວກັບການທ່ອງທ່ຽວ ແລະ ຢືນອັນດັບທີ 4 ກ່ຽວກັບດ້ານການຄ້າເຂົ້າຫວຽດນາມ”.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono ຢືນຢັນວ່າ, ຍີ່ປຸ່ນ ຖືເປັນສຳຄັນ ແລະ ປາດຖະໜາຢາກນຳການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ກວ້າງຂວາງລະຫວ່າງຫວຽດນາມ - ຍີ່ປຸ່ນ ໃຫ້ພັດທະນາຢ່າງແຮງ, ເລິກເຊິ່ງກວ້າງຂວາງກວ່າ, ແທດຈິງກວ່າອີກ. 2 ຝ່າຍກໍ່ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ