ຮອງນາຍົກລັດຖະມົນຕີວູ້ດຶກດາມຕ້ອນຮັບຄະນະຜູ້ແທນຊາວປະມົງ,ນັກຮົບເຂົ້າຮ່ວມລາຍການ “ ຫົວໃຈເຂດທະເລໝູ່ເກາະ”
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ວູ້ດຶກດາມ ໃຫ້ການຕ້ອນຮັບຄະນະຜູ້ແທນຊາວປະມົງ,ນັກຮົບເຂົ້າຮ່ວມລາຍການ
“ ຫົວໃຈເຂດທະເລໝູ່ເກາະ”
|
(vovworld)- ຕອນບ່າຍວັນທີ 10/3, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ວູ້ດຶກດາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຊາວປະມົງ,ນັກຮົບເຂົ້າຮ່ວມລາຍການ “ ຫົວໃຈເຂດທະເລໝູ່ເກາະ” ໂດຍສະມາຄົມນັກຂ່າວຫວຽດນາມຈັດຕັ້ງຂຶ້ນເພື່ອແນໃສ່ຮຽກຮ້ອງທົ່ວປະເທດຈົ່ງຮ່ວມແຮງຮ່ວມໃຈຊ່ວຍເຫຼືອພໍ່ແມ່ພີນ້ອງຊາວປະມົງຢູ່ 2 ໝູ່ເກາະ ເຈືອງຊາ ແລະ ຮ່ວາງຊາ ແລະ ບັນດາຄອບຄົວຊາວປະມົງທີ່ປະສົບກັບຄວາມຫຍຸ້ງຍາກ. ທ່ານຮອງນາຍົກ ລັດຖະມົນຕີ ຫວຽດນາມ ວູ້ດຶກດາມ ໄດ້ຢືນຢັນວ່າ : ໄປພ້ອມກັບການຮັກສາລະດັບການເຕີບໂຕເສດຖະກິດ,ຮັບປະກັນຊີວິດສັງຄົມ, ລັດຖະບານຫວຽດນາມ ຍາມໃດກໍເອົາໃຈໃສ່ຮັບປະກັນວຽກງານສ້າງທ່າສະໜາມປ້ອງກັນຊາດປ້ອງກັນຄວາມສະຫງົບທົ່ວປວງຊົນ. ພິເສດ, ພັກ, ລັດ ແລະ ລັດຖະບານ ຫວຽດນາມ ຍາມໃດກໍເອົາໃຈໃສ່ສະຫງວນທຸກແຫຼ່ງກຳລັງ ແລະ ໜູນຊ່ວຍບັນດາກົນໄກນະໂຍບາຍເພື່ອໃຫ້ ພໍ່ແມ່ພີນ້ອງປະຊາຊົນເຂດຫ່າງໄກສອກຫຼີກມີຄວາມໝັ້ນໃຈດຳລົງຊີວິດ, ທຳມາຫາກິນຢູ່ທ້ອງຖິ່ນ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ວູ້ດຶກດາມ ສະແດງຄວາມຫວັງວ່າ ພໍ່ແມ່ພີນ້ອງຊາວປະມົງ, ນັກຮົບຈົ່ງເສີມຂະຫຍາຍມູນເຊື້ອສາມັກຄີ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ປະກອບສ່ວນພ້ອມກັບລັດຖະບານປະຕິບັດບັນດາຈຸດໝາຍພັດທະນາເສດຖະກິດສັງຄົມຢ່າງສຳເລັດຜົນ.