ຮອງນາຍົກລັດຖະມົນຕີວູດຶກດາມຕ້ອນຮັບຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ສປຊກ່ຽວກັບການໃຊ້ຄວາມຮຸນແຮງສຳລັບເດັກ
ທ່ານນາງ Marta Santos Pais, ຮອງເລຂາສະຫະປະຊາຊາດ
(ພາບປະກອບ: TTXVN)
(vovworld) - ວັນທີ 20/06, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Marta Santos Pais, ຮອງເລຂາສະຫະປະຊາຊາດ, ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ສະຫະປະຊາຊາດກ່ຽວກັບການໃຊ້ຄວາມຮຸນແຮງສຳລັບເດັກ, ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສເດັກນ້ອຍອາຊຽນ 2016. ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ໄດ້ຂອບໃຈສະຫະປະຊາຊາດທີ່ໄດ້ໜູນຊ່ວຍຫວຽດນາມ ໃນການເບິ່ງແຍງດູແລ ແລະ ປົກປ້ອງເດັກນ້ອຍ. ພາຍໃຕ້ການໜູນຊ່ວຍຂອງບັນດາອົງການຈັດຕັ້ງສາກົນ, ຫວຽດນາມ ໄດ້ປະຕິບັດສຳເລັດບັນດາເປົ້າໝາຍສະຫັດສະວັດ, ໃນນັ້ນມີຄາດໝາຍປົກປ້ອງ, ເບິ່ງແຍງດູແລເດັກ.
ນອກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ແລະ ທ່ານນາງ Marta Santos Pais ຍັງປຶກສາຫາລືຫຼາຍບັນຫາຄື: ວຽກງານສັງຄົມສຳລັບເດັກ; ການໃຊ້ຄວາມຮຸນແຮງສຳລັບເດັກ, ເດັກພິການ; ບັນຫາຢາເສບຕິດ ແລະ ຜົນສະທ້ອນສຳລັບເດັກ.