ຮອງນາຍົກລັດຖະມົນຕີຫງວຽນຊວຍຟຸກເປັນປະທານການເຮັດວຽກກ່ຽວກັບວຽກງານຊັນນະສູດຕຸລາການ

ຮອງນາຍົກລັດຖະມົນຕີຫງວຽນຊວຍຟຸກເປັນປະທານການເຮັດວຽກກ່ຽວກັບວຽກງານຊັນນະສູດຕຸລາການ - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີຫງວຽນຊວຍ​ຟຸກ​
ເປ​ັນປະທານ​ການ​ເຮັດ​ວຽກ​ກ່ຽວ​ກັບ​ວຽກ​ງານ​ຊັນ​ນະ​ສູດ​ຕຸລາການ
(ພາບ: VGP)


(vovworld) – ຕອນ​ບ່ານ​ວັນ​ທີ 30/10, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນຟຸກ ​ໄດ້​​ເປັນ​ປະທານ​ການ​ເຮັດ​ວຽກ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ​ໃຫ້​ຄຳ​ເຫັນ​​​​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ, ຫຍຸ້ງ​ຍາກ​ໃນ​ວຽກ​ງານ​ຊັນນະສູດ​ຕຸລາການ ຮັບ​ໃຊ້​ການ​ແກ້​ໄຂ​ຄະດີສໍ້​ລາດ​ບັງ​ຫຼວງ, ​ເສດຖະກິດ.

      ກ່າວ​ຄຳ​ເຫັນ​ສະຫຼຸບການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ສະ​ເໜີ​​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ສຸມ​ໃສ່​ຍູ​້​ແຮງ​ວຽກງານ​ໂຄສະນາ​ດ້ານ​ສື່ສານ ກ່ຽວ​ກັບ​ວຽກ​ງານ​ຊັນນະສູດ​ຕຸລາການ ​ເຖິງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຢ່າງ​ກວ້າງຂວາງ. ສານ​ປະຊາຊົນ​ສຸງສຸດ, ອົງການ​ໄອ​ຍະ​ການ​ປະຊາຊົນສູງ​ສຸດ ​ແລະ ກະຊວງ​ຍຸຕິ​ທຳ ຕ້ອງສ້າງ, ປະກາດ​ໃຊ້ການ​ແນະນຳ​ກ່ຽວ​ກັບພື້ນຖານ​ວິທີ​ຮັບ​ຄວາມ​ເຫັນ​ຊັນນະສູດ​ຕຸລາການ ​ໂດຍ​ໄວ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ​ຮຽກ​ຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງຖິ່ນ​ຕ້ອງ​ເປັນ​ເຈົ້າ​ການ​ກວດກາ, ​ເພີ່ມ​ທະວີ​ການ​ຝຶກ​ອົບຮົມ, ບຳລຸງ​ດ​້ານວິຊາການ ປັບປຸງ​ຖັນ​ແຖວ​ຈັດ​ຕັ້ງ…. ​ເພື່ອ​ຕ້ອບສະໜອງ​ຄວາມ​ຮຽກຮ້ອງ​ຂອງ​ການ​ເຄື່ອນ​ໄຫວ​ສືບສວນ, ຟ​້ອງສານ ​ແລະ ພິພາກສາ​ອາດຊະ​ຍາ​ກຳ​ສໍ້​ລາດ​ບັງ​ຫຼວງ, ​ເສດຖະກິດ.

ຂ່າວ/ບົດ​ອື່ນ