ຮອງນາຍົລັດຖະມົນຕີຫງວຽນຊວນຟຸກອວຍພອນວັນຄູແຫ່ງຊາດຫວຽດນາມຢູ່ວິທະຍາຄານຕຳຫຼວດປະຊາຊົນ
(ພາບ: chinhphu.vn)
(vovworld) – ທີ່ງານໂຮມຊຸມນຸມສະເຫຼີມສະຫຼອງ 32 ປີແຫ່ງວັນຄູແຫ່ງຊາດ ຫວຽດນາມ, ຕອນບ່າຍວັນທີ 20/11, ທີ່ວິທະຍາຄານຕຳຫຼວດປະຊາຊົນ, ກະຊວງຕຳຫຼວດ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ ແລະ ຕີລາຄາສູງບັນດາຜົນງານທີ່ວິທະຍາຄານບັນລຸໄດ້ໃນໄລຍະຜ່ານມາ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ວິທະຍາຄານຄວນເອົາໃຈໃສ່ລົງທຶນເຖິງວຽກງານບຳລຸງສ້າງພະນັກງານ, ຄູສອນກ່ວາອີກ ແລະ ກຳນົດວ່ານີ້ແມ່ນຂອດບຸກທະລຸສຳຄັນທີ່ສຸດຂອງການປ່ຽນໃໝ່ການສຶກສາຂັ້ນມະຫະວິທະຍາໄລໃນປະຈຸບັນ. ວິທະຍາຄານ ຄວນສຸມໃສ່ບຳລຸງສ້າງພະນັກງານຄູສອນໃນ 3 ດ້ານ: ທັກສະສ້າງຄູ, ວິຊາສະເພາະ ແລະ ຄວາມສາມາດຄົ້ນຄ້ວາວິທະຍາສາດ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ວິທະຍາຄານສຸມໃສ່ທຸກໆແຫຼ່ງກຳລັງເພື່ອປະຕິບັດຢ່າງມີປະສິດທິຜົນ, ຖືກກັບຄວາມຄືບໜ້າຕາມວິວັດທະນາການກໍ່ສ້າງວິທະຍາຄານຕຳຫຼວດປະຊາຊົນໃຫ້ກາຍເປັນຮາກຖານສຶກສາຂັ້ນມະຫາວິທະຍາໄລຈຸດສຸມຂອງກະຊວງຕຳຫຼວດ.