ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມສະພາທີ່ປຶກສາອະໄພຍະໂທດ


ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມສະພາທີ່ປຶກສາອະໄພຍະໂທດ - ảnh 1
ກອງ​ປະ​ຊຸມ ບັນ​ດາ​ສະ​ມາ​ຊິກສະ​ພາ​ທີ່​ປຶກ​ສາ​ອະ​ໄພ​ຍະ​ໂທດ​ສູນ​ກາງ​ປີ 2015

(vovworld)- ຕອນ​ບ່າຍ​ວັນ​ທີ 20/7, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ, ປະ​ທານ​ສະ​ພາ​ທີ່​ປຶກ​ສາ​ອະ​ໄພ​ຍະ​ໂທດ​ສູນ​ກາງ​ປີ 2015 ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ ບັນ​ດາ​ສະ​ມາ​ຊິກ​ສະ​ພາ ແນ​ໃສ່​ຜັນ​ຂະ​ຫຍາຍ​ວຽກ​ງານ​ອະ​ໄພ​ຍະ​ໂທດ​ປີ 2015. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ສະ​ເໜີ ກະ​ຊວງ​ຕຳຫຼວດ, ຫ້ອງວ່າ​ການ​ລັດ​ຖະ​ບານ ຈົ່ງ​ສ້າງ​ເອ​ກະ​ສານ​ແນະ​ນຳ​ໃຫ້​ສົມ​ບູນ​ແບບ ເພື່ອ​ຊ່ວຍ ສະ​ພາ​ທີ່​ປຶກ​ສາ​ອະ​ໄພ​ຍະ​ໂທດ​ ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ອະ​ໄພ​ຍະ​ໂທດ​ຂອງ​ປະ​ທານ​ປະ​ເທດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຊີ້​ແຈ້​ງວ່າ :

    “  ພວກ​ເຮົາ​ຕ້ອງ​ປະ​ຕິ​ບັດ​ທຸກວຽກ​ງານ​ທີ່​ໄດ້​ຮັບ​ມອບ​ໝາຍ​ດ້ວຍ​ຄວາມ​ລະ​ມັດ​ລະ​ວັງ, ພາ​ວະ​ວິ​ໄສ, ມີ​ຈິດ​ໃຈ​ທ່ຽງ​ທຳ, ຖືກຕ້ອງ​ຕາມ​ລະ​ບຽບກົດ​ໝາຍ​ເພື່ອ​ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດອັນ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງພົນ​ລະ​ເມືອງ ແລະ ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ອະ​ໄພ​ຍະ​ໂທດ​ຂອງ​ປະ​ທານ​ປະ​ເທດທີ່​ໄດ້​ມອບ​ໝາຍ​ໃຫ້​ສະ​ພາ​ທີ່​ປຶກ​ສາ​ອະ​ໄພ​ຍະ​ໂທດ​ສູນ​ກາງ​ ”

ຂ່າວ/ບົດ​ອື່ນ