ຮອງນາຍົກລັດຖະມົນຕີຫວູວັນນິງຢ້ຽມຢາມສະຖານທູດຫວຽດນາມປະຈຳແບນຊິກ

ຮອງນາຍົກລັດຖະມົນຕີຫວູວັນນິງຢ້ຽມຢາມສະຖານທູດຫວຽດນາມປະຈຳແບນຊິກ - ảnh 1
ທ່ານ​ ຫວູວັນ​ນິງ ​ພົບປະກັບ​ພະນັກງານ, ພາລະ​ກອນ​ສະຖານທູດ
ຫວຽດນາມ ປະຈຳລາຊະ​ອານາຈັກ ​ແບນ​ຊິກ
(ພາບ: VGP/ThanhChung)

(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ປະ​ເທດ ​ແບນ​ຊິກ, ຕອນ​ເຊົ້າ​ວັນ​ທີ 18/9, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູວັນ​ນິງ ​ໄປ​ຢ້ຽມຢາມ​ພະນັກງານ, ພາລະ​ກອນ​ສະຖານທູດ ຫວຽດນາມ ປະຈຳລາຊະ​ອານາຈັກ ​ແບນ​ຊິກ. ລາຊະ​ອານາຈັກ ລຸກ​ຊຳ​ບວກ ​ແລະ ຄະນະ​ປະຕິບັດ​ງານ ຫວຽດນາມ ຄຽງ​ຂ້າງ​ສະຫະພາບ ​ເອີຣົບ (ອີ​ຢູ). ​ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຕີລາຄາສູງການເຄື່ອນໄຫວຕ່າງໆຂອງສະຖານທູດ ຫວຽດນາມ ປະຈຳ ແບນຊິກ, ລຸກ​ຊຳ​ບວກ ແລະ ອີ​ຢູ, ສະ​ເໜີໝູ່​ຄະນະ​ພະນັກງານ, ພາລະ​ກອນ​ຢູ່ທີ່​ນີ້ ສືບ​ຕໍ່​ຖື​ເປັນ​ສຳຄັນ​ຜົນ​ປະ​ໂຫຍ​ດຂອງ​ຊາດໃນ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ ຫວຽດນາມ ກັບ ແບນຊິກ, ລຸກ​ຊຳ​ບວກ ແລະ

ອີ​ຢູ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ປາດ​ຖະໜາ​ວ່າ: ສະຖານທູດ​ບໍ່​ພຽງ​ແຕ່​ປະຕິບັດ​ວຽກ​ງານ​ການ​ຕ່າງປະ​ເທດ​ເປັນ​ຢ່າງ​ດີ​ເທົ່າ​ນັ້ນ ຫາກຍັງ​ຕ້ອງນຳ​ໃຊ້​ບັນດາກາລະ​ໂອກາດ​ຈາດ​ຫລາຍ​ຝ່າຍ ​ເພື່ອ​ເພີ່ມ​ເຕີມ​ກຳລັງ​ບົ່ມ​ຊ້ອນ​ຂອງ​ປະ​ເທດ​ຊາດ​ໃນ​ສະ​ພາວະປະ​ເທດພວມ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ. ສະຖານທູດ ສືບ​ຕໍ່​ເປັນ​ຊ່ອງ​ສື່ສານ​ທີ່ມີ​ປະສິດທິ​ຜົນ ​ເພື່ອ​ເຊື່ອງ​ຕໍ່ ​ແບນ​ຊິກ, ອີ​ຢູກັບ ຫວຽດນາມ ​ແລະ ກົງກັນຂ້າມ ​ເພື່ອ​ຍູ້​ແຮງ​ການ​ພົວພັນ​ເສດຖະກິດ, ການ​ພົວພັນ​ຕ່າງປະ​ເທດ​ຂອງ 2 ຝ່າຍ​ກ່ວາອີກ.

ຂ່າວ/ບົດ​ອື່ນ