ຮອງນາຍົກລັດຖະມົນຕີ ຫງວຽນຊວນຟູກ ແລະ ທ່ານ ບົວສອນ ບຸບຜາວັນ, ຫົວໜ້າຄະນະຄົ້ນຄວ້າຍຸດທະສາດພັດທະນາເສດຖະກິດ ລາວ
(ພາບ: VGP/Lê Sơn)
|
(vovworld) – ຕອນບ່າຍວັນທີ 23/4, ຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟູກ ໄດ້ໃຫ້ການຕ້ອນຮັບຄະນະຄົ້ນຄວ້າຍຸດທະສາດພັດທະນາເສດຖະກິດສູນກາງພັກປະຊາຊົນປະຕິວັດ ລາວ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ໂດຍທ່ານ ບົວສອນ ບຸບຜາວັນ, ຫົວໜ້າຄະນະຄົ້ນຄວ້າຍຸດທະສາດພັດທະນາເສດຖະກິດ ລາວ ເປັນຫົວໜ້າຄະນະ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟູກ ເນັ້ນໜັກວ່າ: ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບ ລາວ ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງການພົວພັນຮ່ວມມືຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາກ້າວເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນໃນທຸກໆຂົງເຂດ, ຖືວ່າແມ່ນໜ້າທີ່ຍຸດທະສາດ, ມີຄວາມໝາຍເປັນຕາຍ ສຳລັບການປ້ອງກັນຄວາມສະຫງົບ ແລະ ການພັດທະນາຂອງແຕ່ລະປະເທດ.
ສ່ວນທ່ານ ບົວສອນ ບຸບຜາວັນ, ໄດ້ແຈ້ງໃຫ້ທ່ານຮອງລັດຖະມົນຕີຊາບໝາກຜົນການເຮັດວຽກກັບບັນດາກະຊວງ, ຄະນະ, ຂະແໜງການຂອງ ຫວຽດນາມ ໃນເວລາທີ່ຜ່ານມາ. ທ່ານ ບົວສອນ ບຸບຜາວັນ ໃຫ້ຮູ້ວ່າ: ບັນດາບົດຮຽນ ເຊິ່ງຄະນະໄດ້ຮຽນຮູ້ຈາກຝ່າຍ ຫວຽດນາມ ຈະປະກອບສ່ວນສຳຄັນເຂົ້າໃນການເປັນເສນາທິການໃຫ້ແກ່ການພັດທະນາຂອງປະເທດ ລາວ.