ຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກພ້ອມດ້ວຍຄະນະ ສິ້ນສຸດການຢ້ຽມຢາມສິງກະໂປ
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ
(ພາບ: VGP/Lê Sơn)
|
(vovworld) - ຕອນບ່າຍວັນທີ 13/5, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກພ້ອມດ້ວຍຄະນະ ໄດ້ສິ້ນສຸດການຢ້ຽມຢາມສິງກະໂປຢ່າງເປັນທາງການ. ໃນຂອບເຂດການຢ້ຽມຢາມສິງກະໂປ, ຕອນເຊົ້າວັນທີ 13/5, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກພ້ອມດ້ວຍຄະນະ ໄດ້ມີການພົບປະກັບທ່ານ Lawrence ລັດຖະມົນຕີກະຊວງ ວັດທະນະທຳ, ວົງຄະນະຍາດ ແລະ ຊາວໜຸ່ມສິງກະໂປ. ທີ່ການພົບປະກັບ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກສະເໜີ 2 ຝ່າຍສືບຕໍ່ຍູ້ແຮງການຮ່ວມມື 2 ຝ່າຍໃນການສ້າງບັນດານະໂຍບາຍໜູນຊ່ວຍສັງຄົມ ແລະ ຂະຫຍາຍບັນດາການພົວພັນສັງຄົມຢ່າງກົມກ່ຽວໂດຍຕິດພັນກັບບັນດານະໂຍບາຍພັດທະນາເສດຖະກິດ ແລະ ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ. ຕອນເຊົ້າວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະ ແລະ ເຮັກວຽກກັບອົງການພັດທະນາເສດຖະກິດສິງກະໂປ.
ກ່ອນໜ້ານັ້ນ ຄືໃນຕອນບ່າຍວັນທີ 12/5, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ ສິງກະໂປ ສືບຕໍ່ສົ່ງເສີມບັນດາວິສາຫະກິດກໍ່ຄືບັນດາກຸ່ມບໍລິສັດນາໆຊາດ ທີ່ມີສຳນັກງານຢູ່ປະເທດນີ້ຄົ້ນຄ້ວາກາລະໂອກາດລົງທຶນເຂົ້າໃນບັນດາຂົງເຂດຫຼັກແຫຼ່ງຢູ່ ຫວຽດນາມ ຄື: ພື້ນຖານໂຄງລ່າງ, ເຕັກໂນໂລຢີປຸງແຕງ, ເຕັກໂນໂລຢີສູງ, ບໍລິການພັກເຊົາ, ການທ່ອງທ່ຽວ, ອຸດສາຫະກຳໜູນຊ່ວຍ, ພະລັງງານ… ທ່ານຮອງນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ ສິງກະໂປ ເພີ່ມທະວີການຮ່ວມມືກັບບັນດາແຂວງ, ນະຄອນຂອງ ຫວຽດນາມ ບົນພື້ນຖານທ່າແຮງສະເພາະຂອງແຕ່ລະທ້ອງຖິ່ນ, ພັດທະນາບາງທ້ອງຖິ່ນມີຄວາມສາມາດບົ່ມຊ້ອນກາຍເປັນເຂດເສດຖະກິດພິເສດ, ທ່ອງທ່ຽວຄືເກາະ ຟູ໋ກວກ, ເກາະ ຫຼີເຊີນ. ສ່ວນທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ປາດຖະໜາວ່າ: 2 ຝ່າຍຕັ້ງໜ້າສົມທົບກັນ, ປະຕິບັດບັນດາລະບຽບການຈຳເປັນໃຫ້ສຳເລັດເພື່ອເລີ່ມລົງມືກໍ່ສ້າງບັນດາເຂດ ອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP) ເລກທີ 6 ແລະ 7 ໃນປີ 2015 ນີ້.
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ເຫັນດີເປັນເອກະສັນຖືວ່າ: ສັນຕິພາບ, ຄວາມສະຫງົບ ແລະ ຄວາມປອດໄພການເດີນທະເລ ແລະ ການບິນ ຢູ່ທະເລຕາເວັນອອກ ແມ່ນຜົນປະໂຫຍດລວມຂອງ ອາຊຽນ ແລະ ພາກພື້ນ. ດັ່ງນັ້ນ ອາຊຽນ ຕ້ອງສາມັກຄີ, ເສີມຂະຫຍາຍບົດບາດໃນການແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງສັນຕິພາບ, ສະຖຽນລະພາບ.