ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍຢ້ຽມຢາມແລະເຮັດວຽກກັບບາງຫົວໜ່ວຍຂະແໜງຖ່ານຫີນຢູ່ແຂວງກວາງນີງ

ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍຢ້ຽມຢາມແລະເຮັດວຽກກັບບາງຫົວໜ່ວຍຂະແໜງຖ່ານຫີນຢູ່ແຂວງກວາງນີງ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ແລະ ພະ​ນັກ​ງານ, ຜູ້​ອອກ​ແຮງ​ງານ ບໍ​ລິ​ສັດ​ໃຫຍ່​ ດົງ​ບັກ
(ພາ​ບ: VGP/Nguyên Linh)

(vovworld) – ໂດຍ​ສືບ​ຕໍ່​ການ​ປະ​ຕິ​ບັດ​ງານ​ຢູ່​ແຂວງ ກວາງ​ນີງ, ຕອນ​ເຊົ້າ​ວັນ​ທີ 10/2, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ໄດ້​ລົງ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ຖ່ານ​ຫີນ ຮ່​າ​ເລີ່ມ, ກຸ່ມ​ບໍ​ລິ​ສັດ​ຖ່ານ​ຫີນ ແລະ ບໍ່​ແຮ່ ຫວຽດ​ນາມ ແລະ ບໍ​ລິ​ສັດ​ໃຫຍ່​ ດົງ​ບັກ ຂຶ້ນ​ກັບ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ນຳ​ເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ, ຂຸດ​ຄົ້ນ​ແບບ​ຍືນ​ຍົງ, ໄລ​ຍະ​ຈະ​ມາ​ເຖິງ​ບັນ​ດາ​ຫົວ​ໜ່ວຍ​ຕ້ອງ​ສຸມ​ໃສ່​ລົງ​ທຶນກໍ່​ສ້າງ​ພື້ນ​ຖານ, ກະ​ກຽມ​ຊັບ​ພະ​ຍາ​ກອນ, ຊຸກ​ຍູ້​ວຽກ​ງານ​ຊອກ​ຫາ​, ຂຸດ​ຄົ້ນ. ທ່ານ​ກ່າວ​ວ່າ:

        “ສະ​ເໜີ​ໃຫ້​ພະ​ນັກ​ງານ, ລັດ​ຖະ​ກອນ​ຂອງ 2 ບໍ​ລິ​ສັດມາ​ນະ​ພະ​ຍາ​ຍາມ​ສຸມ​ໃສ່​ລົງ​ທຶນ​ດ້ານ​ວັດ​ຖຸ ແລະ ຊັບ​ພະ​ຍາ​ກອນ​ເພື່ອ​ພັດ​ທະ​ນາ​ບັນ​ດາ​ໂຄງ​ການ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ ບໍ​ລິ​ສັດ​ໃຫຍ່ ດົງ​ບັກ ອາດ​ສາ​ມາດ​ພັດ​ທະ​ນາ​ໄວ​ກ່​ວາ, ແຂງ​ແຮງ​ກ່​ວາ​ອີກ ເພື​່ອ​ສ​ົມ​ເປັນ​​ກົມ​ກອງກອງ​ທັບ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອ​ງ​ປະ​ເທດ​ຊາດ.”

       


ຂ່າວ/ບົດ​ອື່ນ