ຮອງນາຍົກລັດຖະມົນຕີເຈືອງຮ່ວາບິງອວຍພອນປີໃໝ່ພໍ່ແມ່ປະຊາຊົນຊາວເຜົ່າຂະແມພາກໃຕ້ຫວຽດນາມ ຢູ່ວັດ Cadaransi

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີຜູ້ຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ ໄດ້ໄປວັດ Cadaransi ຢູ່ນະຄອນໂຮ່ຈີມິນ ເພື່ອອວຍພອນປີໃໝ່ພໍ່ແມ່ປະຊາຊົນຊາວເຜົ່າຂະແມ ທີ່ພວມດຳລົງຊີວິດຢູ່ນະຄອນໂຮ່ຈີມິນ ແລະ ທາງພາກໃຕ້ຫວຽດນາມ.

ຮອງນາຍົກລັດຖະມົນຕີເຈືອງຮ່ວາບິງອວຍພອນປີໃໝ່ພໍ່ແມ່ປະຊາຊົນຊາວເຜົ່າຂະແມພາກໃຕ້ຫວຽດນາມ ຢູ່ວັດ Cadaransi - ảnh 1 (ທ່ານຮອງນາຍົກລັດຖະມົນຕີຜູ້ຈຳການລັດຖະບານ ເຈືອງຮ່ວາບິ່ງ ໄປວັດ Cadaransi ຢູ່ນະຄອນໂຮ່ຈີມິນ ອວຍພອນປີໃໝ່ພໍ່ແມ່ປະຊາຊົນຊາວເຜົ່າຂະແມ)

ຕອນເຊົ້າວັນທີ 26 ເມສາ, ທ່ານຮອງນາຍົກລັດຖະມົນຕີຜູ້ຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ ໄດ້ໄປວັດ Cadaransi ຢູ່ນະຄອນໂຮ່ຈີມິນ ເພື່ອອວຍພອນປີໃໝ່ພໍ່ແມ່ປະຊາຊົນຊາວເຜົ່າຂະແມທີ່ພວມດຳລົງຊີວິດຢູ່ນະຄອນໂຮ່ຈີມິນ ແລະ ທາງພາກໃຕ້ຫວຽດນາມ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ບັນດາພະສົງສຳມະເນນຢູ່ວັດແຫ່ງຕ່າງໆ ທີ່ໄດ້ແນະນຳໃຫ້ພໍ່ແມ່ປະຊາຊົນ ທັງຕ້ອນຮັບບຸນປີໃໝ່ປະຈຳຊາດ Chol Chnam Thmay ຢ່າງຄົບຖ້ວນ ແລະ ມີຄວາມໝາຍ, ທັງບໍ່ໃຫ້ມີການເຕົ້າໂຮມກັນຫຼາຍຄົນ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ພໍ່ແມ່ປະຊາຊົນຊາວເຜົ່າຂະແມພາກໃຕ້ຫວຽດນາມ ຈະສືບຕໍ່ພ້ອມກັບພໍ່ແມ່ປະຊາຊົນໃນທົ່ວປະເທດປະຕິບັດບັນດາມາດມາດຕະການປ້ອງກັນ, ຕ້ານໂລກລະບາດ ສືບຕໍ່ຂົນຂວາຍ, ໜູນຊ່ວຍພະສົງສຳມະເນນຕ້ານໂລກລະບາດ ແລະ ຮັບປະກັນຊີວິດການເປັນຢູ່. ບຸນປີໃໝ່ປະຈຳຊາດ Chol Chnam Thmay ໄດ້ດຳເນີນໃນລະຫວ່າງວັນທີ 13 – 16 ເມສາ, ແຕ່ຍ້ອນປະຕິບັດມາດຕະການແຍກຫ່າງໃນສັງຄົມ ສະນັ້ນພໍ່ແມ່ປະຊາຊົນຈຶ່ງໄດ້ຕ້ອນຮັບບຸນເຕັດຢູ່ເຮືອນແທນທີ່ຢູ່ວັດ.

ຕອບກັບ

ຂ່າວ/ບົດ​ອື່ນ