ຮອງນາຍົກລັດຖະມົນຕີເວືອງດິ່ງເຫວ້ພົບປະກັບພໍ່ແມ່ປະຊາຊົນເຜົ່າKhmerເນື່ອງໃນໂອກາດບຸນເຕັດ Chol Chnam Thmay
ທ່ານຮອງນາຍົກລັດຖະມົນຕີເວືອງດິ່ງເຫວ້ພົບປະກັບ
ພໍ່ແມ່ປະຊາຊົນເຜົ່າKhmerເນື່ອງໃນໂອກາດບຸນເຕັດ Chol Chnam Thmay
(ພາບ: baochinhphu.vn)
(vovworld) – ວັນທີ 7/4, ທີ່ສູນວັດທະນະທຳ ແລະ ກອງປະຊຸມແຂວງຊອັກຈັງ, ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ຫວຽດນາມ ໄດ້ສົມທົບກັບແຂວງຊອັກຈັງ ຈັດຕັ້ງງານພົບປະອວຍພອນບຸນເຕັດ Chol Chnam Thmay - ບຸນປີໃໝ່ປະເພນີຂອງພໍ່ແມ່ປະຊາຊົນເຜົ່າ Khmer ເຂດຕາເວັນຕົກ ພາກໃຕ້ຫວຽດນາມ ປີ 2017.
ກ່າວຄຳເຫັນທີ່ງານພົບປະ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ສະເໜີບັນດາກະຊວງ, ຂະແໜງການຂັ້ນສູນກາງ, ຄະນະພັກແຂວງ, ຄະນະພັກນະຄອນ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນໃນເຂດ ຈົ່ງປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດກ່ຽວກັບຂົງເຂດຊົນເຜົ່າ, ສາສະໜາເປັນຢ່າງດີ; ສືບຕໍ່ເອົາໃຈໃສ່, ເບິ່ງແຍງດູແລຊີວິດໃຫ້ປະຊາຊົນຫຼາຍກວ່າອີກ. ໂດຍຕາງໜ້າລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ອວຍພອນພໍ່ແມ່ປະຊາຊົນເຜົ່າ Khmer ຕ້ອນຮັບບຸນປີໃໝ່ Chol Chnam Thmay ດ້ວຍຄວາມເບີກບານມ່ວນຊື່ນ, ມີຄວາມສາມັກຄີ, ປອດໄພ ແລະ ປະຢັດມັດທະຍັດ.