ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວເຮັດວຽກກັບຄະນະຊີ້ນຳບໍລິຫານລາຄາ
(ທ່ານຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວ
ເຮັດວຽກກັບຄະນະຊີ້ນຳບໍລິຫານລາຄາ)
(vovworld) - ຕອນບ່າຍວັນທີ 22/12, ຢູ່ສຳນັກງານລັດຖະບານ, ເມື່ອເຮັດວຽກກັບຄະນະຊີ້ນຳບໍລິຫານລາຄາ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຖືວ່າ, ເລື່ອງຄວບຄຸມໄພເງິນເຟີ້ ບໍ່ພຽງແຕ່ຮັບປະກັນຄາດໝາຍເຊິ່ງສະພາແຫ່ງຊາດໄດ້ວາງອອກເທົ່ານັ້ນ ຫາກລັດຖະບານຍັງປະຕິບັດລາດກ້າວຫັນປ່ຽນຄ່າບໍລິການພາກລັດຕ່າງໆຕາມສັນຍານຂອງຕະຫຼາດອີກດ້ວຍ. ເພື່ອຄວບຄຸມໄພເງິນເຟີ້ສຳເລັດຜົນ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຮຽກຮ້ອງໃຫ້ກະຊວງອຸດສາຫະກຳການຄ້າ ຕິດຕາມການເໜັງຕີງດ້ານລາຄານ້ຳມັນໂລກ, ບໍລິຫານຢ່າງມີໄຫວພິບ ແລະ ນຳໃຊ້ກອງທຶນນ້ຳມັນໃຫ້ເປັນປົກກະຕິ; ວາງແຜນລາຄາໄຟຟ້າບົນພື້ນຖານການຄິດໄລ່ມູນຄ່າສົ້ນອອກ - ສົ້ນເຂົ້າຈອງການຜະລິດດຳເນີນທຸລະກິດຄ້າຂາຍໄຟຟ້າ... ກະຊວງສາທາລະນະສຸກປະກາດໃຊ້ແນະນຳປະຕິບັດລາຄາການບໍລິການກວດ, ປິ່ນປົວພະຍາດໃຫ້ຜູ້ບໍ່ມີບັດປະກັນສຸຂະພາບ...ໂດຍໄວ. ທ່ານຮອງນາຍົກລັດຖະມົນຕີ ມອບໝາຍໃຫ້ກະຊວງສຶກສາ ແລະ ບຳລຸງສ້າງ ສົມທົບກັບກະຊວງການເງິນ ຄວບຄຸມການເພີ່ມລາຄາອຸປະກອນການບໍລິການຂອງຂະແໜງສຶກສາເປັນຢ່າງດີ.