ຮອງນາຍົກລັດຖະມົນຕີເວືອງດິງເຫ້ວເຮັດວຽກຢູ່ແຂວງເຮົ້າຢາງ
ຮອງນາຍົກລັດຖະມົນຕີເວືອງດິງເຫ້ວເຮັດວຽກຢູ່ແຂວງເຮົ້າຢາງ
(ພາບ: VGP)
(vovworld) - ໃນລະຫວ່າງວັນທີ 17 – 18/05, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ, ຫົວໜ້າຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ ໄດ້ລົງກວດກາ ແລະ ເຮັດວຽກກັບຄະນະກຳມະການປະຊາຊົນແຂວງເຮົ້າຢາງ ກ່ຽວກັບການພັດທະນາບັນດາໜ້າທີ່ພັດທະນາເສດຖະກິດ, ສັງຄົມ ແລະ ການປ້ອງກັນ, ຕ້ານໄພແຫ້ງແລ້ງ, ນ້ຳເຄັມຊຶມເຂົ້າໃນບໍລິເວນແຂວງ. ພາຍຫຼັງການໄປກວດກາ ແລະ ເຮັດວຽກກັບການນຳແຂວງ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ ໄດ້ຕີລາຄາສູງອຳນາດການປົກຄອງ ແລະ ປະຊາຊົນແຂວງ ເຮົາຢາງ ໄດ້ເປັນເຈົ້າການແກ້ໄຂຜົນຮ້າຍຢ້ອນຫຼວງຈາກໄພທຳມະຊາດ. ທ່ານຮອງນາຍົກລັດມົນຕີ ສະເໜີອຳນາດການປົກຄອງແຂວງ ເຮົາຢາງ ຕ້ອງມີຫຼາຍວິທີການ ເພື່ອຂົນຂວາຍພໍ່ແມ່ປະຊາຊົນນຳໃຊ້ແຫຼ່ງນ້ຳຢ່າງມີປະສິດທິຜົນ ແລະ ປະຢັດ, ຮີບເຮັ່ງປັບປຸງການວາງແຜນນຳໃຊ້ທີ່ດິນ ຕິດພັນກັບການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່, ຂະຫຍາຍບັນດາຮູບແບບໜ່ວຍສະຫະກອນ, ສະຫະກອນ ເພື່ອເພີ່ມລະບົບການຜະລິດ, ຍົກສູງຄຸນຄ່າຂອງຜະລິດຕະພັນກະເສດ, ສັດລ້ຽງ. ທ່ານຮອງນາຍົກລັດຖະມົນຕີ ໃສ່ໃຈບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນໃນເຂດ ເອົາໃຈໃສ່ສ້າງກົນໄກປະສານແຫຼ່ງນ້ຳ ຮັບໃຊ້ໃຫ້ແກ່ການຜະລິດກະສິກຳ ແລະ ແກ້ໄຂໄພແຫ້ງແລ້ງ, ນ້ຳເຄັມຊຶນເຂົ້າ ຮັບປະກັບຄວາມກົມກຽວລະຫວ່າງຜົນປະໂຫຍດຂອງບັນດາແຂວງໃນເຂດ.