ຮອງນາຍົກລັດຖະມົນຕີເວືອງດິງເຫ້ວໃຫ້ການຕ້ອນຮັບທ່ານຜູ້ອຳນວຍການໃຫຍ່ທະນາຄານCommonwaelth
ທ່ານ ເວືອງດິ່ງເຫ້ວ ຮອງນາຍົກລັດຖະມົນຕີຫວຽດນາມ
ໃຫ້ການຕ້ອນຮັບ ທ່ານ Ian Narev
(ພາບ: ແທງຈູງ)
(vovworld) – ໃນຕອນບ່າຍ ວັນທີ 8/6, ຢູ່ຮ່າໂນ້ຍ, ທ່ານ ເວືອງດິ່ງເຫ້ວ ຮອງນາຍົກລັດຖະມົນຕີຫວຽດນາມ ໃຫ້ການຕ້ອນຮັບ ທ່ານ Ian Narev, ຜູ້ອຳນວຍການໃຫຍ່ທະນາຄານ Commonwaelth Australia ແລະ ທ່ານ Hugh Borrowman ເອກອັກຄະລັດຖະທູດ ອົດສ໌ຕຣາລີ ປະຈຳ ຫວຽດນາມ. ທ່ານ ເວືອງດິ່ງເຫ້ວ ຮອງນາຍົກລັດຖະມົນຕີຫວຽດນາມ ຊີ້ແຈ້ງວ່າ: ການພົວພັນ ລະຫວ່າງ ຫວຽດນາມ ແລະ Australia ພວມພັດທະນາຢ່າງດີງາມ ໃນທຸກຂົງເຂດ ເສດຖະກິດ, ການເມືອງ, ພິເສດ, ສອງປະເທດ ລ້ວນແຕ່ເປັນສະມາຊິກ ສັນຍາການຄ້າຂ້າມປາຊີຟິກ (TPP). ທ່ານ ຮອງນາຍົກລັດຖະມົນຕີ ເຊື່ອໝັນວ່າ: ເມື່ອສັນຍາ ໄດ້ຮັບການເຊັນອະນຸມັດ ແລະ ມີຜົນສັກສິດ, ການພົວພັນດ້ານເສດຖະກິດ, ການຄ້າ ລະຫວ່າງ ສອງປະເທດ ຈະພັດທະນາ ດ້ວຍຂອບຂະໜາດໃຫຍ່ກວ່າຫຼາຍ ເມື່ອທຽບໃສ່ປັດຈຸບັນ. ທ່ານ ເວືອງດິ່ງເຫ້ວ ຮອງນາຍົກລັດຖະມົນຕີ ປາດຖະໜາວ່າ: ນັກລົງທຶນ ຂອງ Australia ຈະເພີ່ມທະວີການລົງທຶນ ເຂົ້າຫວຽດນາມ ຫຼາຍກວ່າອີກ.