ຮອງນາຍົກລັດຖະມົນຕີ ຝ້າມບິງມິນຕອບສຳພາດນັກຂ່າວໃນໂອກາດວັນມູນເຊື້ອຂະແໜງການທູດ


ຮອງນາຍົກລັດຖະມົນຕີ ຝ້າມບິງມິນຕອບສຳພາດນັກຂ່າວໃນໂອກາດວັນມູນເຊື້ອຂະແໜງການທູດ - ảnh 1
ທ່ານຮອງນາ​ຍົກ​ລັດ​ຖະ​ມົນ​ຕີ, ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບີງ​ມິນ

(vovworld)- ຕອບ​ສຳ​ພາດ​ນັກ​ຂ່າວ VOV ເນື່ອງໃນ​ໂອ​ກາດ​ວັນ​ມູນ​ເຊື້ອ​ຂອງ​ຂະ​ແໜງ​ການ​ທູດ​ຫວຽດ​ນາມ ( 28/8/1945-28/8/2015), ທ່ານຮອງນາ​ຍົກ​ລັດ​ຖະ​ມົນ​ຕີ, ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບີງ​ມິນ ຢືນ​ຢັນ​ວ່າ ຕ້ອງ​ແກ້​ໄຂ​ບັນ​ຫາ​ດ້ວຍ​ຄວາມພິກ​ໄຫວ ແລະ ແທດ​ເໝາະ​ກັບ​ສະ​ພາບ​ການ, ໃນ​ນັ້ນ​ເອ​ກະ​ລາດ​ເປັນ​ເຈົ້າ​ຕົນ​ເອງ ແລະ ຖື​ຜົນ​ປະ​ໂຫຍດ​ຂອງ​ຊາດ​ແມ່ນ​ເໜືອກວ່າ​ສິ່ງ​ໃດ​ໝົດ ແມ່ນ​ທິດ​ນຳ​ດ້ານ​ການ​ທູດ ນັບ​ຕັ້ງ​ແຕ່ກໍ່​ຕັ້ງ​ປະ​ເທດ​ຫວຽ​ດ​ນາມ.   ທ່ານຮອງນາ​ຍົກ​ລັດ​ຖະ​ມົນ​ຕີ, ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບີງ​ມິນ ເນັ້ນ​ໜັກ​ວ່າ 

     “ ໃນ​ບັນ​ຫາ​ທະ​ເລຕາ​ເວັນ​ອອກ, ຕ້ອງຢັ້ງ​ຢືນຫຼັກ​ໝັ້ນ​ຂອງ​ຫວຽດ​ນາມວ່າ ແມ່ນ​ມີ​ອະ​ທິ​ປະ​ໄຕ​ຢູ່ 2 ໝູ່​ເກາະຮ່​ວາງ​ຊາ​ ແລະ ເຈືອງ​ຊາ, ມີ​ອະ​ທິ​ປະ​ໄຕ​ກ່ຽວ​ກັບ​ເຂດ​ເສດ​ຖະ​ກິດ​ພິ​ເສດ 120 ໄມ​ທະ​ເລ​ຕາມ​ກົດ​ໝາຍ​ສາ​ກົນ. ທະ​ເລຕາ​ເວັນ​ອອກ ຍັງ​ບັນ​ຫາ​ໄດ້​ຮັບ​ຄວ​າມ​ສົນ​ໃຈ​ຈາກ​ສາກົນ ເພາະ​ວ່າ ນີ້​ແມ່ນ​ເສັ້ນ​ທາງ​ທະ​ເລ​ທີ່​ສຳ​ຄັນ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ພາກ​ພື້ນ, ແລະ ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ຄວາມ​ໝັ້ນ​ຄົງ, ປອດ​ໄພ​ໃນ​ການ​ເດີນ​ທະ​ເລ. ສຳ​ລັບ​ການ​ຂັດ​ແຍ​້ງ​ທີ່​ກ່ຽວ​ຂ້ອງ​ເຖິງ 1 ປະ​ເທດ, ຫວຽດ​ນາມ​ມີ​ແຜນ​ນະ​ໂຍບາຍແກ້​ໄຂ​ໃນ​ຂອບ​ເຂດ 2 ຝ່າຍ, ສ່ວນສຳ​ລັບ​ການ​ຂັດ​ແຍ​້ງ​ທີ່​ກ່ຽວ​ຂ້ອງ​ເຖິງຫຼາຍປະ​ເທດ, ຫວຽດ​ນາມ​ມີ​ແຜນ​ນະ​ໂຍບາຍແກ້​ໄຂ​ໃນ​ຂອບ​ເຂດຫຼາຍຝ່າຍ. ແຕ່​ທັດ​ສະ​ນະ​ຂອງ​ເຮົາ​ແມ່ນ​ຕ້ອງ​ແກ້​ໄຂ​ໂດຍ​ອີງ​ໃສ່​ກົດ​ໝາຍ​ສາ​ກົນ. ສິ່ງ​ທີ່ບໍ່​ປ່ຽນ​ແປງ​ຢູ່ນີ້ ແມ່ນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​, ຜົນ​ປະ​ໂຫຍດ, ອະ​ທິ​ປະ​ໄຕ ແມ່ນຕ້ອງ​ຮັບ​ປະ​ກັນ, ຕ້ອງແກ້​ໄຂ​ດ້ວຍ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​, ແຕ່ບໍ່​ສົ່ງ​ຜົນ​ສະ​ທ້ອນ​ຕໍ່​ອະ​ທິ​ປະ​ໄຕ   ”

ຂ່າວ/ບົດ​ອື່ນ