(VOVWORLD) - ຕອນເຊົ້າວັນທີ 07 ພະຈິກ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ໃຫ້ການຕ້ອນຮັບທ່ານ Michael Gunner ຜູ້ວ່າການເຂດແຄ້ວນ ອົດສະຕາລີ ເໜືອ ທີ່ພວມ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 6 – 9 ພະຈິກ 2018.
ທ່ານ ຟ້າມບີງມິງ ແລະ ທ່ານ Michael Gunner (ພາບ: VGP) |
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ຖືວ່າ: ເຂດແຄ້ວນ ອົດສະຕາລີເໜືອ ມີຄວາມສາມາດບົ່ມຊ້ອນຮ່ວມມືອັນໃຫຍ່ຫລວງ ກ່ຽວກັບການເຊື່ອມຕໍ່ຄົມມະນາຄົມ ແລະ ການທ່ອງທ່ຽວກັບ ຫວຽດນາມ, ພິເສດແມ່ນບັນດາແຂວງທາງພາກໃຕ້ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ກໍ່ເນັ້ນໜັກເຖິງບັນດາຄວາມສົນໃຈຂອງ ຫວຽດນາມ ສຳລັບການພັດທະນາກະສິກຳເຕັກໂນໂລຊີສູງ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ວິທະຍາສາດ - ເຕັກໂນໂລຊີ.
ສ່ວນທ່ານ Michael Gunner ຜູ້ວ່າການເຂດແຄ້ວນ ອົດສະຕາລີເໜືອ ຢືນຢັນວ່າ: ຖືເປັນສຳຄັນເພີ່ມທະວີການພົວພັນກັບ ຫວຽດນາມ, ພ້ອມແລ້ວທີ່ຈະຍູ້ແຮງການຮ່ວມມືດ້ານການຄ້າ, ການລົງທຶນ, ການສຶກສາກັບ ຫວຽດນາມ ກ່ວາ. ພ້ອມທັງ ພິຈາລະນະເປີດກ້ວາງອອກສູ່ບັນດາຂົງເຂດຄົມມະນາຄົມ, ການທ່ອງທ່ຽວ…
ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ແລະ ທ່ານ Michael Gunner ຜູ້ວ່າການເຂດແຄ້ວນ ອົດສະຕາລີເໜືອ ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ແລະ ຫ້ອງການການຄ້າເຂດແຄ້ວນ ອົດສະຕາລີເໜືອ, ສ້າງຂອບເຂດການຮ່ວມມືລະຫວ່າງບັນດາວິສາຫະກິດ 2 ຝ່າຍໃນໄລຍະຈະມາເຖິງ.