ຮອງນາຍົກລັດຖະມົນຕີ ຟ້າມບິງມິນຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີຟ້າມບິງມິນຢັ້ງຢືນວ່າ ຫວຽດນາມຖືເປັນສຳຄັນທີ່ສຸດການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດກັບສ. ເກົາຫຼີ, ພ້ອມແລ້ວທີ່ຈະຮ່ວມກັບຝ່າຍ ສ. ເກົາຫຼີປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງຢ່າງມີປະສິດທິຜົນ
ຮອງນາຍົກລັດຖະມົນຕີ ຟ້າມບິງມິນຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ - ảnh 1ຮອງນາຍົກລັດຖະມົນຕີ ຟ້າມບິງມິນຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ 

ວັນທີ 10 ເມສາ, ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິງມິນໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດສ.ເກົາຫຼີ Lee Hyuk ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີຟ້າມບິງມິນຢັ້ງຢືນວ່າ ຫວຽດນາມຖືເປັນສຳຄັນທີ່ສຸດການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດກັບສ. ເກົາຫຼີ, ພ້ອມແລ້ວທີ່ຈະຮ່ວມກັບຝ່າຍ ສ. ເກົາຫຼີປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງຢ່າງມີປະສິດທິຜົນ; ເປີດກວ້າງ ແລະ ເຮັດໃຫ້ບັນດາຂົງເຂດການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ໃຫ້ເລິກເຊິ່ງຢ່າງບໍ່ຢຸດຢັ້ງ. ນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່, ປະກອບສ່ວນ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.   

        ສ່ວນທ່ານ ເອກອັກຄະລັດຖະທູດ Lee Hyuk ຢັ້ງຢືນວ່າ ສ. ເກົາຫຼີຍາມໃດກໍຖືເປັນສຳຄັນເລື່ອງເພີ່ມທະວີການພົວພັນກັບຫວຽດນາມ; ໃນຖານະດຳລົງຕຳແໜ່ງໃໝ່ກໍຈະສືບຕໍ່ມານະພະຍາຍາມປະກອບສ່ວນຊຸກຍູ້ສາຍພົວພັນຮ່ວມມືຍຸດທະສາດ ລະຫວ່າງຫວຽດນາມ - ສ.ເກົາຫຼີ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ