ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຄະນະຜູ້ແທນຂັ້ນສູງສູນກາງຊາວໜຸ່ມລາວ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຄະນະຜູ້ແທນຂັ້ນສູງສູນກາງຊາວໜຸ່ມລາວ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນ​ຟຸກ
ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ
(ພາບ: TTXVN)


(vovworld) - ຕອນ​ບ່າຍ​ວັນ​ທີ 28/03, ຢູ່​ສຳນັກງານ​ລັດຖະບານ, ຢູ່​ຮ່າ​ໂນ້ຍ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ​ໂດຍ​ທ່ານ​ເລຂາ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ວິ​ໄລ​ວົງ ບຸດ​ດາ​ຄຳ, ​ເປັນ​ຫົວໜ້າ​ຄະນະພວມຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ ຍາມ​ໃດພັກ​ກອມ​ມູນິດ​ຫວຽດນາມ, ລັດ ​ແລະ ລັດຖະບານ​ຫວຽດນາມ ກໍ​ຖື​ເປັນ​ສຳຄັນ, ສະໜັບສະໜູນ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ຄະນະ​ຊາວ​ໜຸ່ມ 2 ປະ​ເທດ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ແລກປ່ຽນ, ຮ່ວມ​ມື​ມິດຕະພາບ, ປະກອບສ່ວນ​ຊຸກຍູ້​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດລະຫວ່າງ 2 ປະ​ເທດ ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ປາດ​ຖະໜາ​ວ່າ ​ໃນ​​ໄລຍະ​ຈະ​ມາ​ເຖິງ, ຄະນະ​ຊາວ​ໜຸ່ມ 2 ປະ​ເທດ ຈະ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ສຶກສາ​ລຸ່ນໜຸ່ມ​ໃນ​ເລື່ອງ​ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບທີ່ມູນ​ເຊື້ອ​ແບບ​ພິ​ເສດລະຫວ່າງ ຫວຽດນາມ - ລາວ, ຍົກ​ສູງ​ຄຸນ​ນະພາ​ບບັນດາ​ໂຄງການ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ, ຊອກ​ຮູ້, ​ປະດິດ​ຄິດສ້າງ, ​ເປີດ​ກວ້າງ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ໃໝ່ ທີ່​ນຳ​ມາ​ເຊິ່ງປະສິດທິ​ຜົນ, ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ຊາວ​ໜຸ່ມ​ເຍົາວະ​ຊົນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ