ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບແຂວງ ຕ່ຽນຢາງ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບແຂວງ ຕ່ຽນຢາງ - ảnh 1
​ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ຊວນ​ຟຸກ
ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ຕ່ຽນຢາງ
(ພາບ: chinhphu.vn)


(vovworld) - ຕ​ອນ​ເຊົ້າ​ວັນ​ທີ 06 ສິງຫາ, ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ​ໂດຍ​ທ່ານ​ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ຊວນ​ຟຸກ ​ເປັນ​ຫົວໜ້າ​ຄະນະ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ຕ່ຽນຢາງ ກ່ຽວ​ກັບ​ສະພາບ​ເສດຖະກິດ - ສັງຄົມ​ໃນ​ບໍລິ​ເວັນ​ແຂວງ. ກ່າວ​ຄຳ​ເຫັນ​ສະຫຼຸບ​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້ການ​ນຳ​ແຂວງ​ຕ່ຽນຢາງ ຈົ່ງສືບ​ຕໍ່​ເອົາ​ໃຈ​ໃສ່, ​ເບິ່ງ​ແຍງ​ເຖິງ​ວຽກ​ງານບຳລຸງ​ສ້າງ​​ແຫຼ່ງຊັບພະຍາກອນ​ມະນຸດ, ຫຼົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ໃນ​ນັ້ນ​ສ້າງ​ແຜນ​ການ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະຊາຊົນຢ່າງ​ລະອຽດ; ພ້ອມ​ທັງ​ລະດົມ​​ແຫຼ່ງກຳ​ລັງ​ລົງທຶນ​ກໍ່ສ້າງ​ພື້ນຖານ​​ໂຄງ​ລ່າງ​ຄົມມະນາຄົມ. ດ້ານ​ອື່ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ກໍ່​ສະ​ເໜີ​ໃຫ້​ແຂວງ​ຕ່ຽນຢາງ ຕ້ອງສຸມ​ໃສ່​ນຳ​ໃຊ້​ວິທະຍາສາດເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​ຜະລິດ​ທັນ​ຍາ​ຫານ, ຕົ້ນ​ໄມ້​ກິນ​ໝາກ, ສິນ​ໃນ​ນ້ຳ... ສຸມ​ໃສ່​ຫັນປ່ຽນ​ໂຄງ​ປະກອບ​ການ​ຜະລິດ​ກຳ​ສິກຳ​​ຕາມ​ທິດ​ເພີ່ມ​ລາຍ​ຮັບ​. ​ພ້ອມ​ທັງ​ສ້າງ​ບັນດາ​ສູນ​ປຸງ​ແຕ່ງ​ເຂົ້າສານ ​ແລະ ຜະລິດ​ຕະພັນ​ກະ​ເສດທີ່ທັນ​ສະ​ໄໝ ​ແລະ ມີການ​ຮ່ວມ​ສຳພັນຢ່າງ​ແໜ້ນ​​ແຟ້ນກວ່າ ​ແນ​ໃສ່​ນຳ​ໃຊ້​ທ່າ​ແຮງ​ຂອງ​ຄອງເໝືອງ ​ເຈີ້ກ້າວ ​ເພື່​ອອະນຸຍາດ​ໃຫ້ການ​ຂົນ​ສົ່ງ​ວັດຖຸ​ດິບ (​ເຂົ້າ ​ແລະ ບັນດາ​ຜະລິດ​ຕະພັນ​ກະ​ເສດ) ດ້ວຍຈຳນວນ​ຫຼາຍ​ຂອງ​ທົ່ວ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງທາງ​ພາກ​ໃຕ້​ຫວຽດນາມ ດ້ວຍ​ລາຄາ​ຕໍ່າ ​ແລະ ປະຢັດ​ເວລາ.
ຂ່າວ/ບົດ​ອື່ນ