ຮອງນາຍົກລັດຖະມົນຕີ ຫວູ໋ວັນນິງເຮັດວຽກ ຢູ່ນະຄອນໂຮ່ມິມິນ

ຮອງນາຍົກລັດຖະມົນຕີ ຫວູ໋ວັນນິງເຮັດວຽກ ຢູ່ນະຄອນໂຮ່ມິມິນ - ảnh 1

(ພາບ:vov.vn)

(vovworld)-​​​​ຕອນ​​ເຊົ້ນ​ວັນ​ທີ 30/8, ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ​ໂດຍ​ທ່ານ ຮອງນາຍົກລັດຖະມົນຕີຫວູ໋ວັນ​ນິງ ນຳ​ໜ້າ ​ໄດ້​ເຮັດ​ວຽກ​ກັບ​ການ​ນຳ​ຄະນະ​ກຳມະການ ປຊຊ ນະຄອນ​ໂຮ່ມິ​ມິນ ກ່ຽວ​ກັບ​ການປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ-​ສັງຄົມ-​ວັດທະນະທຳ​ແຕ່​ປີ 2011-2013 ​ແລະ ບັນດາ​ມາດ​ຕະການ​ຈຸດ​ສຸມ​ຮອດ​ປີ 2015. ​ໃນ​ໄລຍະ 2011-2013, ຍອດ​ຜະລິດ​ຕະພັນ​ພາຍ​ໃນ​ສະ​ເລ່ຍ​ໃນ 3 ປີ ​ເພີ່ມ​ຂຶ້ນ 9,5%. ລະດັບ​ການ​ເຕີບ​ໂຕ​ເສດຖະກິດ​ນະຄອນ​ເພີ່ມ​ຂຶ້ນ​ທົບ 1,8 ​ເທົ່າ​ເມື່ອ​ທຽບ​ກັບ​ທົ່ວ​ປະ​ເທດ, ​ໃນ​ນັ້ນ​ການ​ບໍລິ​ການ​ມີ​ລະດັບ​ການ​ເຕີບ​ໂຕ​ສູງ​ກ່ວາ​ໝູ່​ດ້ວຍ 11%/ປີ, ຖັດມາ​ແມ່ນ​ອຸດສາຫະກຳ ​ແລະ ກໍ່ສ້າງ ດ້ວຍ​ລະດັບ 7,7%. ທີ່​ການ​ເຮັດ​ວຽກ, ທ່ານ ຮອງນາຍົກລັດຖະມົນຕີຫວູ໋ວັນ​ນິງ ​ເນັ້ນນັກ​ວ່າ: ດ້ວຍ​ບົດບາດ​ແມ່ນ​ສູນ​ເສດຖະກິດ-​ວັດທະນະທຂອງ​ທັງ​ປະ​ເທດ, ນະຄອນ​ໂຮ່ມິ​ມິນ ຕ້ອງ​ມີ​ຫຼາຍ​ມາດ​ຕະການ​ບຸກທະລຸ​ກ່ວາ​ອີກ​ເພື່ອ​ປະຕິບ​ັດບັນດາ​ຈຸດໝາຍ​ແຕ່​ນີ້​ຮອດ​ປີ 2015 ສຳ​ເລັດ. ນີ້​ກໍ່​ແມ່ນພື້ນຖານ​ເພື່ອ​ໃຫ້​ລັດຖະບານ​ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫ່ຍພັກ​ທົ່ວ​ປະ​ເທດ​ຄັ້ງທີ​ 11 ຢູ່​ທ້ອງ​ຖິ່ນ​ຕ່າງໆ ​ແລະ ມີ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ໜູນ​ຊ່ວຍ​ເພື່ອ​ປະຕິບັດ​ບັນດາ​ໜ້າ​ທີ່​ສຳ​ເລັດ ​ໃນ​ສະພາບ​ການ​ເສດຖະກິດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ຄື​ປະຈຸ​ບັນ.

 

ຂ່າວ/ບົດ​ອື່ນ