(vovworld) - ໃນການໄປປະຕິບັດງານຢູ່ ໄຕຫງວຽນ, ວັນທີ 05/03, ທ່ານຮອງນາຍົກລັດຖະມົນຕີ ຫວູວັດນິງ ແລະ ຄະນະປະຕິບັດງານລັດຖະບານ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ລາວກາຍ ກ່ຽວກັບສະພາບການກໍ່ສ້າງຊົນນະບົດໃໝ່ ແລະ ຊັບຊ້ອນ, ປ່ຽນໃໝ່ບັນດາວຽກງານກຳສິກຳ - ປ່າໄມ້ແຫ່ງລັດໃນບໍລິເວນແຂວງ. ກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ໄດ້ເອົາໃຈໃສ່ວ່າ, ໃນໄລຍະຈະມາເຖິງ, ແຂວງ ຢາລາຍ ຄວນເອົາໃຈໃສ່ເຖິງວຽກງານວາງແຜນສັງລວມກວ່າອີກ, ຕິດພັນກັບການວາງແຜນທີ່ດິນກັບການວາງແຜນການຜະລິດ, ເພີ່ມທະວີວຽກງານໂຄສະນາ ເພື່ອໃຫ້ປະຊາຊົນເຂົ້າໃຈຢ່າງຖືກຕ້ອງກ່ຽວກັບທາດແທ້ຂອງໂຄງການ, ສຸມໃສ່ເສີມຂະຫຍາຍທຸກແຫຼ່ງກຳລັງຂອງຕົນເພື່ອປະຕິບັດບັນດາຄາດໝາຍຢ່າງລະອຽດ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ເນັ້ນໜັກວ່າ.
“ກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ມີບາງຈຸດສຳຄັນ ຫວັງວ່າບັນດາສະຫາຍຈະເອົາໃຈໃສ່, ສືບຕໍ່ປະຕິບັດບັນດາຜົນງານທີ່ພວກເຮົາບັນດາລຸໄດ້ເປັນຢ່າງດີ. ທີ່ໜຶ່ງແມ່ນ ກ່ຽວກັບຄວາມຮັບຮູ້, ຕ້ອງເຮັດແນວໃດເພື່ອໃຫ້ປະຊາຊົນຮັບຮູ້ໄດ້, ຈຸດປະສົງຂອງພວກເຮົາແມ່ນເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ ແລະ ໝັ້ນຄົງເຂັ້ມແຂງ. ປະຊາຊົນແມ່ນເຈົ້າຂອງ ແລະ ຮັບໃຊ້ຜົນປະໂຫຍດຂອງປະຊາຊົນ ເພາະສະນັ້ນ, ປະຊາຊົນເອງຕ້ອງເຂົ້າຮ່ວມ ແລະ ຜັນຂະຫຍາຍການປະຕິບັດໂດຍກົງ”.