ຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຕ້ອນຮັບຮອງລັດຖະມົນຕີ ການຄ້າ ອາເມລິກາ

ຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຕ້ອນຮັບຮອງລັດຖະມົນຕີ ການຄ້າ ອາເມລິກາ  - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ແລະ ຮອງລັດຖະມົນຕີການຄ້າ ອາເມລິກາ
(ພາບ: hoangtrunghai.net)

(vovworld) - ຕອນ​ບ່າຍ​ວັນ​ທີ 7/3, ຢູ່​ຮ່າ​ໂນ້ຍ, ​ໃນ​ການ​ຕ້ອນຮັບ​ທ່ານ​ຮອງ​ລັດຖະມົນຕີ​ການ​ຄ້າ ອາ​ເມ​ລິ​ກາ ຮັບຜິດຊອບ​ກ່ຽວ​ກັບ​ການ​ຄ້າ​ສາກົນ Francisco Sanchez, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງ​ຈູງ​ຫາຍ ຢືນຢັນ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ໃນ​ວິວັດ​ການ​ເຈລະຈາ​ສັນຍາ​ພົວພັນຄູ່ຮ່ວມມື​ເສດຖະກິດ​ຍຸດ​ທະ​ສາດ​ເຂດ ປາເຊ​ຟິກ (ຫຼື TPP). ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ຫວັງ​ວ່າ: ​ອາ​ເມ​ລິ​ກາ ຮັບ​ຮອງ​ຫວຽດນາມ ​ແມ່ນມີ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ ​ໂດຍ​ໄວ, ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.

​        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ​ໃນ​ການ​ຕ້ອນຮັບ​ທ່ານ​ຮອງ​ປະທານ​ອົງການ ຄ້ຳປະກັນ​ການ​ລົງທຶນ​ຫຼາຍ​ຝ່າຍ MIGA (​ແມ່ນ ໜຶ່ງ​ ​ໃນ 5 ອົງການຂອງ​ກຸ່ມທະນາຄານ​ໂລກ), ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ​​ຫວັງ​ວ່າ: MIGA ສືບ​ຕໍ່​ສະໜັບສະໜູນ​ບັນດາ​ໂຄງການ​ຂອງ​ຫວຽດນາມ, ພິ​ເສດ​ແມ່ນ​ບັນດາ​ໂຄງການ​ພາກ​ເອກະ​ຊົນ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ.

ຂ່າວ/ບົດ​ອື່ນ