ຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ສະເໜີ ຕິດຕາມການຜັນແປຂອງພະຍຸ Rammasun
(ທ່ານຮອງນາຍົກລັກຖະມົນຕີ ຮ່ວາງຈຸງຫາຍ ເປັນປະທານກອງປະຊຸມ)
(vovworld) – ຕອນບ່າຍວັນທີ 15/07, ຄະນະຊີ້ນຳການປ້ອງກັນ, ຕ້ານພະຍຸນ້ຳຖ້ວມສູນກາງ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບບັນດາມາດຕະການປ້ອງກັນຕ້ານພະຍຸ Rammasun ເຊິ່ງຈະພັດເຂົ້າທະເລຕາເວັນອອກ. ທ່ານຮອງນາຍົກລັກຖະມົນຕີ ຮ່ວາງຈຸງຫາຍ ເປັນປະທານກອງປະຊຸມ ໄດ້ຊີ້ນຳໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຕິດຕາມການຜັນແປຂອງພະຍຸ ແລະ ເອົາໃຈໃສ່ເຖິງບັນດາມາດຕະການປ້ອງກັນ, ຫີຼິກລ້ຽງພະຍຸ. ສຳລັບກຳປັ່ນຫາປາ ພວມເຄື່ອນໄຫວຢູ່ເຂດໝູ່ເກາະຮ່ວາງຊາ, ກຳລັງປ້ອງກັນຊາຍແດນ ຕ້ອງກຳແໜ້ນຈຳນວນກຳປັ່ນ ເພື່ອຮຽກຮ້ອງຍ້າຍລົງທາງທິດໃຕ້ ຫຼື ກັບຄືນເຂົ້າຝັ່ງ. ສຳລັບບັນດາກຳປັ່ນປະຕິບັດກົດໝາຍຂອງຫວຽດນາມ ພວມເຄື່ອນໄຫວຢູ່ບໍລິເວັນຮ້ານເຈາະນ້ຳມັນໄຮຢາງ 981 ກໍ່ຕ້ອງຄິດໄລ່ເວລາເພື່ອຮັບມືກັບພະຍຸ, ຮັບປະກັນຄວາມປອດໄພ. ສຳລັບບັນດາຮ້ານເຈາະນ້ຳມັນຂອງຫວຽດນາມ, ກະຊວງອຸດສາຫະກຳການຄ້າ ແລະ ກຸ່ມບໍລິສັດນ້ຳມັນອາຍແກັດຫວຽດນາມ ສຸມໃສ່ຊີ້ນຳເພື່ອຮັບປະກັນຄວາມປອດໄພໃຫ້ຜູ້ເຮັດວຽກ ແລະ ເຄື່ອງອຸປະກອນ. ທ່ານຮອງນາຍົກລັດຖະມົນຕີຊີ້ນຳໃຫ້ກະຊວງຄົມມະນາຄົມຂົນສົ່ງ ປະຕິບັດບັນດາມາດຕະການຮັບປະກັນດ້ານຄົມມະນາຄົມ, ຫຼີກລ້ຽງສະພາບຄົມມະນາຄົມຖືກຕັດແຍກ. ທ່ານຮອງນາຍົກລັດຖະມົນຕີກໍ່ຕັກເຕືອນທ້ອງຖິ່ນຕ່າງໆ ກວດກາບັນດາອ່າງເກັບນ້ຳ, ບັນດາເຂດມີໄພເກີດພະຍຸນ້ຳຖ້ວມສຸໄຫຼ, ດິນເສາະເຈື່ອນເພື່ອເປັນເຈົ້າການອົບພະຍົບປະຊາຊົນ ຮັບປະກັນຄວາມປອດໄພ.