ຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ: ຮີບເຮັ່ງ ວາງບັນດາວິທີການຮັບມືກັບພາຍຸລົມແຮງຢ່າງຮີບດ່ວນ

ຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ: ຮີບເຮັ່ງ ວາງບັນດາວິທີການຮັບມືກັບພາຍຸລົມແຮງຢ່າງຮີບດ່ວນ - ảnh 1
ກອງ​ປະ​ຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ ອີນ​ເຕີ​ເນັດ

(vovworld) - ​ວັນ​ທີ 7/10, ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ  ຮ່ວາງ​ຈູງ​ຫາຍ ເປັນ​ປະ​ທານກອງ​ປະ​ຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ ອີນ​ເຕີ​ເນັດ​ກ່ຽວ​ກັບ​ວຽກ​ງານ​ຮັບ​ມື​ກັບ​ພ​າຍຸ​ລົມ​ແຮງ ກັບ​ບັນ​ດາ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ. ທ່ານ​ຮອງ​ນາ​ຍ​ົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ຮຽກ​ຮ້ອງວ່າ: ຢ່າງ​ຊ້າ​ສຸດ, ຮອດ​ເດືອນ 6/2015, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖີ່ນ​ຕ້ອງ​ມີ​ວິ​ທີ​ການ​ຮັບ​ມື​ກັບ​ພາ​ຍຸ​ລົມ​ແຮງ. ໃນ​ນັ້ນ​ບັນ​ດາ​ທ້ອງ​ຖີ່ນ​ຄວນກວດ​ກາ​ຄືນ, ແບ່ງປະເພດ​ບັນ​ດາ​ກິດ​ຈະ​ກຳ, ເຮືອນ​ຢູ່​ທີ່ສາມາດຮັບ​ປະ​ກັນ​ຄວາມ​ປອດ​ໄພ​ເມື່ອເກີດພະຍຸທຸກ​ລະ​ດັບ​ເພື່ອ​ເປັນ​ພື້ນ​ຖາ​ນໃຫ້ແກ່ການວາງທິດທາງ​ອົບ​ພະ​ຍົບ​ປະ​ຊາ​ຊົນ​ເມື່ອເກີດພາ​ຍຸ​ລົງ​ແຮງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ນຳ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ​ສືບ​ຕໍ່​ປັບປຸງ ແລະ ປະ​ກາດ​ກ່ຽວ​ກັບ​​ເຂດ​ຈະເກີດ​ພາ​ຍຸ ແລະ ນ້ຳ​ຂຶ້ນ​ສູງ​ຍ້ອນ​ພາ​ຍຸ​ຢູ່​ເຂດ​ແຄມ​ທະ​ເລ ຫວຽດ​ນາມ ກໍຂຶ້ນ, ກຳ​ນົດ​ເຂດ​ຖືກ​ຜົນ​ສ​ະ​ທ້ອນ​ເມື່ອ​ພາ​ຍຸ​ລົມ​ແຮງ​​ພັດ​ເຂົ້າ​ເຂດ​ແຄມ​ທະ​ເລ ແລະ ​ເຂດ​ດິນ​ຕໍ່​ແຜ່ນ, ຜົ​ນ​ສະ​ທ້ອນຈາກພາ​ຍຸ​ລົມ​ແຮງ​ເຖິງ​ບັນ​ດາ​ກິດ​ຈະ​ກຳ​ພື້ນ​ຖານ​ໂຄງ​ລ່າງ, ເຮືອນ​ຊານ. ພ້ອມ​ທັງ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ພາ​ຍາ​ກອນ​ອາ​ກາດ, ກ່າວ​ເຕືອນ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ຮັບ​ມື​ກັບ​ພາ​ຍຸ​ລົງ​ແຮງ, ໃນ​ນັ້ນ​ສຸມ​ໃສ່​ກຳ​ນົດ​ຄວາມ​ສາ​ມາດ​ເກີດ​ພາ​ຍຸ​ລົມ​ແຮງ, ຄິດ​ໄລ່​ຊັ່ງ​ຊາ, ຄາດ​ຄະ​ເນ​ລ່ວງ​ໜ້າ… ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ກໍ່​ຮຽກ​ຮ້ອງ​ ຍູ້​ແຮງວຽກ​ງານ​ໂຄ​ສະ​ນາ, ຍົກ​ສູງ​ສະ​ຕິ​​ຂອງ​ປະ​ຊາ​ຊົນ, ຖືນັ້ນ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ມາດ​ຕະ​ການ​ສຳ​ຄັນ​ເພື່ອ​ຮັບ​ມື​ກັບ​ພາ​ຍຸ​ລົມ​ແຮງ.


ຂ່າວ/ບົດ​ອື່ນ