ຮອງນາຍົກລັດຖະມົນຕີ Hoang Trung Hai ພົບປະວິສາຫະກິດເອີລົບ

ຮອງນາຍົກລັດຖະມົນຕີ Hoang Trung Hai ພົບປະວິສາຫະກິດເອີລົບ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ກ່າວຄຳເຫັນທີ່ພິທີ
(ພາບ: chinhphu.vn)


(vovworld) -     ວັນ​ທີ 26/9, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ​ໄດ້​ມີ​ການ​ພົບ​ປະ​ກັບ​ປະຊາ​ຄົມ​ວິ​ສາ​ຫະກິດ​ເອີ​ລົບ ຢູ່​ຫວຽດນາມ. ພ້ອມ​ທັງຢືນຢັນ​ວ່າ ປະ​ຈຸ​ບັນ EU ພວມ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ເນັ້ນ​ໜັກ​ວ່າ ຍາມ​ໃດ​ຫວຽດນາມ ກໍ​ຖື​ການ​ຍູ້​ແຮງ​ການ​ຮ່ວມ​ມື​ກັບ​ສະຫະພາບ​ເອີ​ລົບ ກໍ​ຄື​ບັນດາ​ປະ​ເທດ​ສະມາຊິກ​ຂອງ EU ​ເປັນ​ສຳຄັນ. ລັດຖະບານ​ຫວຽດນາມ ​ໄດ້​ສ້າງ​ແຜນຮ່າງ​ສັງ​ລວມກ່ຽວ​ກັບການ​ພົວພັນ​ຫວຽດນາມ - EU ​ເພື່ອ​ແນ​ໃສ່ສ້າງ​ການ​ພົວພັນ​ສອງ​ຝ່າຍ​ໃຫ້​​ເປັນ “ການ​ພົວພັນ​ຮ່ວມ​ມື​​ສະ​ເໝີ​ພາບ, ຮ່ວມ​ມື​ຮອບດ້ານ, ຍາວ​ນານ, ​ເພື່ອ​ສັນ​ຕິ​ພາບ ​ແລະ ການພັດທະນາ”. ຫວຽດນາມ ​ແລະ EU ​ໄດ້​ລົງ​ນາມ​​ໃນສັນຍາ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຮອດ​ດ້ານ (PCA) ​ໃນ​ວັນ​ທີ 27/6/2012 ອັນ​ໄດ້ສ້າງ​ຂອບ​ເຂດ ​ແລະ​ເງື່ອນ​ໄຂ​ຮ່ວມ​ມື​ໃໝ່, ຍາວ​ນານ ​ແລະ ຮອບດ້ານ​ໃຫ້​ແກ່ການ​ພົວພັນ​ຫວຽດນາມ ກັບ EU ກໍ​ຄື​ບັນດາ​ປະ​ເທດ​ສະມາຊິກ​ຂອງ EU. ພິ​ເສດ, ສຳລັບ​ບັນດາວິ​ສາ​ຫະກິດ, ນັກ​ລົງທຶນ EU ຢູ່​ຫວຽດນາມ, ​ເລື່ອງ​ສອງ​ຝ່າຍ​ອອກ​ຖະ​ແຫຼ​ງການ​​ເລີ່​ມຕົ້ນ​ການ​ເຄື່ອນ​ໄຫວ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (FTA) ຢ່າງ​ເປັນ​ທາງ​ການ, ​ໄດ້​ນຳ​ມາ​ເຊິ່ງ​ໂອກາດ​ຫຼາຍ​ຢ່າງ, ຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ​ຄື ມີ​ຄວາມ​ສະດວກ​ກວ່າ​​ໃນ​ດ້ານ​ການ​ຄ້າ, ການສົ່ງ​ອອກນຳ​ເຂົ້າ​, ຊຸກຍູ້​ການ​ລົງທຶນ​ໂດຍ​ກົງ​ຈາກ EU ​​ເຂົ້າ​ຫວຽດນາມ ​ແລະ ຫວຽ​ດນາມ ມີ​ກາລະ​ໂອກາດ​ກາຍ​ເປັນ​ຍານ​ກາງ​ຂອດ​ສົ່ງ​ຕໍ່, ​ເຊື່ອມ​ຕໍ່​ໃຫ້​ແກ່​ບັນດາ​ການ​ເຄື່ອນໄຫວດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ EU ຢູ່​ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ASEAN)…

ຂ່າວ/ບົດ​ອື່ນ