ຮອງນາຍົກລັດຖະມົນຕີ Nguyen Xuan Phuc ເຮັດວຽກຢູ່ ໄຕບັກ

ຮອງນາຍົກລັດຖະມົນຕີ Nguyen Xuan Phuc ເຮັດວຽກຢູ່ ໄຕບັກ - ảnh 1
ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ກ່າວຄຳເຫັນທີ່ກອງປະຊຸມ

(vovworld) - ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆຄວນ​ສົມທົບ​ກັນ​ໜູນ​ຊ່ວຍ​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ຍົກຍ້າຍ​ ​ແລະ ສ້າງການ​ປູກ​ຝັງ ​ແລະ ຕັ້ງ​ຖິ່ນ​ຖານ​ຄົງ​ທີ່ຄືນ​ໃໝ່ຢ່າງ​ມີ​ປະສິດທິ​ຜົນ ​ນັ້ນແມ່ນ​ການ​ຊີ້ນ​ຳຂອງ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ຢູ່​ກອງ​ປະຊຸມ​ສະຫຼຸບ 5 ປີ​ແຫ່ງ​ການ​ປະຕິບັດ “ນະ​ໂຍບາຍ​ໜູນ​ຊ່ວຍຍົກ​ຍາຍ​ປະຊາຊົນ ປະຕິບັດ​ການ​ສ້າງ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ” ຕາມ​ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີ ​ໂດຍ​ຄະນະ​ກຳມະການ​ຊົນ​ເຜົ່າ​ລັດຖະບານ​ຈັດ​ຕັ້ງ​ຢູ່​ເທດສະບານ​ເມືອງ ຊາ​ບາ, ​ແຂວງ ລາວ​ກາຍ ​ເມືອ​ວັນ​ທີ 29/6. ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ຊີ້​ແຈງ​ວ່າ: ລັດຖະບານ​ຮຽກຮ້ອງ​ໃຫ້​ບັນດາ​ອົງການ​ປະຕິບັດວຽກ​ງານ​ຊົນ​ເຜົ່າ ​ແລະ ຄະ​ນະ​ພັກ​, ອຳນາດ​ການ​ປົກຄອງ​ຂອງ​ທ້ອງ​ຖິ່ນ​ຕ່າງໆ​ຄວນ​ສືບ​ຕໍ່​ຄົ້ນ​ຄ້ວາ, ກໍ່ສ້າງ​ໂຄງການ ໜູນ​ຊ່ວຍ​ປະຊາ​ຄົມ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຕາມ​ທິດ​ລະອຽດ, ມີ​ປະສິດທິ​ຜົນ,ປະຕິບັດ​ຢ່າງ​ຄົບ​ຊຸດ​ບັນດາ​ມາດ​ຕະການ​ກ່ຽວ​ກັບ​ກົນ​ໄກ, ນະ​ໂຍບາຍ, ກ່ຽວ​ກັບ​ທຶນ ​ແລະ ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ເພື່ອ​ບັນລຸ​ໄດ້​ໝາກຜົນ​ດີ​ໃນ​ການ​ປະຕິບັດ​ໂຄງການ ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໂດຍ​ໄວ ​ແລະ ຍືນ​ຍົງ​ໃຫ້​ແກ່ 61 ​ເມືອງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ພິ​ເສດ​ໃນ​ທົ່ວ​ປະ​ເທດ​ທີ່​ລັດຖະບານ​ໄດ້​ວາງ​ອອກ, ສຸມ​ແຫຼ່ງກຳລັງ​ເພື່ອ​ໜູນ​ຊ່ວຍ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຂດ​ພູດ​ອຍ, ​ເຂດ​ຫ່າງ​ໄກ​ຊອກ​ຫຼີກ​ມີ​ບ່ອນຢູ່​ເປັນ​ປົກກະຕິ, ພັດທະນາ​ການ​ຜະລິດ, ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດ​ຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ, ຍົກ​ສູງ​ຊີວິດ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ, ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ. ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ຊີ້​ແຈ້ງວ່າ:

“ຄະນະ​ກຳມະການ​ຊົນ​ເຜົ່າ, ກະຊວງ​ການ​ເງິນ, ກະຊວງ​ແຜນການ ​ແລະ ການ​ລົງທຶນ ສືບ​ຕໍ່​ປະຕິບັດວຽກ​ງານໃນ​ໄລຍະ 2012 - 2016 ​ໃຫ້ບັນ​ລຸ​ຜົນງານ​ດີ​ກ່ວາ. ລັດ​ຈະ​ເພີ່ມ​ທະວີ​ແຫຼ່ງກຳລັງ​ກ່ວາ​ອີກ ​ແລະ ພວກ​ເຮົາ​ຕ້ອງ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ. ບັນດາ​ທ້ອງ​ຖິ່ນ​ມີ​ປະຊາຊົນບັນດາ​ເຜົ່າຄວນ​ເບິ່ງ​ແຍງ​ດູ​ແລ​ຍົກ​ສູງ​ນ້ຳ​ໃຈ​ຮັບຜິດຊອບ​ເພື່ອ​ໜູນ​ຊ່ວຍ​ປະຊາຊົນ​ໃຫ້​ດີ​ກ່ວາ, ບັນດາ​ກະຊວງ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຕ້ອງມີ​ໂຄງການ​ເຄື່ອນ​ໄຫວ​ເພື່ອ​ປະຕິ​ບັດ​​ແຜນ​ນະ​ໂຍບາຍ, ບັນດາ​ຊົນ​ເຜົ່າ​ຫວຽດນາມ ພ້ອມ​ກັນ​ພັດທະນາ ລ້ວນ​ແຕ່ມີ​ຄວາມ​ສະ​ເໝີ​ພາບ​ຕາມ​​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ທີ່​ມີ​ຕໍ່ຈຳນວນ 13% ປະຊາຊົນ​ບັນດາເຜົ່າ.”

ຂ່າວ/ບົດ​ອື່ນ