ຮອງປະທານປະເທດດັ້ງທິຫງອັກທິ້ງເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ 28 ຢູ່ອົດສະຕາລີ

(VOVWORLD) -ກອງປະຊຸມ GSW 2018 ຈະໄດ້ດຳເນີນໃນວັນທີ 26 – 28 ເມສາ ພາຍໃຕ້ຫົວຂໍ້ ວ່າ “ກໍ່ສ້າງບັນດາພື້ນຖານເສດຖະກິດແບ່ງປັນມູນຄ່າລວມ”.

ຮອງປະທານປະເທດດັ້ງທິຫງອັກທິ້ງເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ 28 ຢູ່ອົດສະຕາລີ - ảnh 1 ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງກ່າວຄຳເຫັນທີ່ກອງປະຊຸມ 

(ພາບ: Phuong Hoa/TTXVN)

ຕອນຄ່ຳວັນທີ 22 ເມສາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງໄດ້ນຳໜ້າຄະນະຜູ້ແທນຫວຽດນາມອອກຈາກຮ່າໂນ້ຍ, ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ 28 (GSW 2018) ທີ່ນະຄອນ ຊິດນີ, ປະເທດອົດສະຕາລີ ແລະ ດຳເນີນບາງການເຄື່ອນໄຫວສອງຝ່າຍຢູ່ອົດສະຕາລີ ໃນລະຫວ່າງວັນທີ 23 – 28 ເມສາ 2018. ກອງປະຊຸມ GSW 2018 ຈະໄດ້ດຳເນີນໃນວັນທີ 26 – 28 ເມສາ ພາຍໃຕ້ຫົວຂໍ້ ວ່າ “ກໍ່ສ້າງບັນດາພື້ນຖານເສດຖະກິດແບ່ງປັນມູນຄ່າລວມ”.

        ເຂົ້າຮ່ວມກອງປະຊຸມຄັ້ງນີ້, ຫວຽດນາມສືບຕໍ່ ຢັ້ງຢືນບົດບາດຕັ້ງໜ້າ ແລະ ທີ່ຕັ້ງຢູ່ບັນດາເວທີປາໄສສາກົນ; ບັນດາການປະກອບສ່ວນຂອງຫວຽດນາມເຂົ້າໃນການຮັບປະກັນຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງ; ພ້ອມທັງແບ່ງປັນບັນດາຂໍ້ລິເລີ່ມ ເພື່ອແນໃສ່ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະສົ່ງເສີມແມ່ຍິງເຂົ້າຮ່ວມໃນສະພາບການໃໝ່, ພິເສດແມ່ນໃນຂົງເຂດເສດຖະກິດ. ບັນດາການເຄື່ອນໄຫວສອງຝ່າຍຂອງທ່ານນາງຮອງປະທານປະເທດ ດັ້ງທິຫງອັກທິ້ງຢູ່ອົດສະຕາລີ ແມ່ນເພື່ອແນໃສ່ສືບຕໍ່ຮັກສາການພົບປະແລກປ່ຽນລະຫວ່າງຄະນະຜູ້ແທນຂັ້ນຕ່າງໆ ແລະ ຊຸກຍູ້ການພົວພັນກັບບັນດາທ້ອງຖິ່ນຂອງສອງປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ