ຮອງປະທານປະເທດຫງວຽນທິຢວານຕ້ອນຮັບຄະນະຜູ້ແທນສະພານັກທຸລະກິດຄອບຄົວຫວຽດນາມ
ທ່ານນາງຮອງປະທານປະເທດຫງວຽນທິຢວານ
(ພາບປະກອບ: TTXVN)
(vovworld) - ທີ່ການຕ້ອບຮັບຄະນະຜູ້ແທນສະພານັກທຸລະກິດຄອບຄົວຫວຽດນາມ, ໃນວັນທີ 27/06, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຖືວ່າ, ສະພານັກທຸລະກິດຄອບຄົວຫວຽດນາມ ຈະພັດທະນາຢ່າງກວ້າງໃຫຍ່ຖ້າປະຕິບັດ 4 ຄາດໝາຍທີ່ໄດ້ວາງອອກເປັນຢ່າງດີຄື: ສ້າງຄອບຄົວມີຄວາມຜາສຸກ; ວິສາຫະກິດບັນລຸປະສິດທິຜົນ; ປະຕິບັດໜ້າທີ່ຮັບຜິດຊອບຕໍ່ສັງຄົມເປັນຢ່າງດີ ແລະ ແມ່ນບ່ອນຝືດຝົນຫຼໍ່ຫຼອມບັນດານັກທຸລະກິດ. ທ່ານນາງຮອງປະທານປະເທດ ປາດຖະໜາວ່າ, ສະມາຄົມຈະສ້າງໂຄງການເຄື່ອນໄຫວລະອຽດ ເພື່ອນຳ 4 ປັດໃຈທີ່ໄດ້ກຳນົດໄວ້. ທ່ານນາງຮອງປະທານປະເທດ ກໍ່ສະເໜີວ່າ, ນອກຈາກການດຳເນີນທຸລະກິດເປັນຢ່າງດີແລ້ວ, ແຕ່ລະສະມາຊິກໃນຄອບຄົວນັກທຸລະກິດ ຕ້ອງມີຄວາມຮັບຮູ້ໄດ້ເລື່ອງສ້າງຕັ້ງ, ສ້າງຄອບຄົວໃຫ້ມີຄວາມຜາສຸກ, ພ້ອມກັນນັ້ນຍົກສູງນ້ຳໃຈສາມັກຄີ, ເສີມຂະຫຍາຍມູນເຊື້ອດຳເນີນທຸລະກິດ ແລະ ວັດທະນະທຳວິສາຫະກິດ ນັກທຸລະກິດໃນແຕ່ລະຄອບຄົວ.