ຮອງປະທານປະເທດ ຫງວຽນທິຢວານ
ຖະຫວາຍທູບທຽນຢູ່ວິຫານສອງພະນາງຈືງ
(ພາບອິນເຕີແນດ)
(vovworld) - ຕອນເຊົ້າວັນທີ 13/2, ພິທີສະເຫຼີມສະຫຼອງ 1976 ປີແຫ່ງວັນສອງພະນາງ ຈືງລຸກຮື້ຂຶ້ນ ແລະ ງານບຸນວິຫານສອງພະນາງ ຈືງ ປີ 2016 ດຳເນີນຢູ່ວິຫານສອງພະນາງ ຈືງ, ເມືອງ ເມລິງ, ຮ່າໂນ້ຍ. ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ເຂົ້າຮ່ວມ ແລະ ຖະຫວາຍທູບທຽນ. ພິທີສະເຫຼີມສະຫຼອງ 1976 ປີແຫ່ງວັນສອງພະນາງຈືງລຸກຮື້ຂຶ້ນ ແລະ ງານບຸນວິຫານສອງພະນາງ ຈືງ ຖືກຈັດຂຶ້ນເພື່ອແນໃສ່ສະແດງຄວາມຮູ້ບຸນຄູນອັນໃຫຍ່ຫຼວງຂອງສອງພະນາງ ຈືງ ແມ່ນ ຈືງຈັກ ແລະ ຈືງຍີ້, ເຊິ່ງແມ່ນນັກວິລະຊົນ 2 ພະນາງທີ່ດີເດັ່ນຂອງຊາດ ແລະ ບັນດານາຍພົນທີ່ມີຄວາມປີຊາສາມາດ, ກໍ່ຄືບັນດາທະຫານທີ່ອົງອາດກ້າຫານ. ການລຸກຮື້ຂຶ້ນຂອງສອງພະນາງດຳເນີນແຕ່ປີ 40-43 ຫຼັງຄິດທະສັກກະລາດ. ພາຍຫຼັງການລຸກຮຶ້ຂຶ້ນໄດ້ຮັບໄຊຊະນະ, ພະນາງ ຈືງຈັກໄດ້ຂຶ້ນຄອງລາດ ກາຍເປັນເຈົ້າຊີວິດ, ຕັ້ງເມືອງຫຼວງຢູ່ເມລິງ. ພາຍຫຼັງສອງພະນາງເຖິງແກ່ມໍລະນະກຳ, ເພື່ອສະແດງຄວາມຮູ້ບຸນຄູນຂອງນັກວິລະຊົນຂອງຊາດ 2 ພະນາງ, ປະຊາຊົນ ເມລິງໄດ້ກໍ່ສ້າງວິຫານບູຊາສອງພະນາງ ຈືງ. ງານບຸນວິຫານສອງພະນາງ ຈືງຈະດຳເນີນເຖິງວັນທີ 17/2 (ວັນທີ 10 ເດືອນຈຽງ) ດ້ວຍພິທີການ ແລະ ການເຄື່ອນໄຫວອັນອຸດົມສົມບຸນຫຼາຍຢ່າງ.