ຮອງປະທານປະເທດ ຫງວຽນທິຢວານຕ້ອນ ຮັບຄະນະນັກຮຽນ, ນັກສຶກສາໄດ້ຮັບລາງ ວັນໂອລິມປິກສາກົນ


ຮອງປະທານປະເທດ ຫງວຽນທິຢວານຕ້ອນ ຮັບຄະນະນັກຮຽນ, ນັກສຶກສາໄດ້ຮັບລາງ ວັນໂອລິມປິກສາກົນ - ảnh 1
(ພາບ: TTXVN)

(vovworld) –​​ຕອນ​ບ່າຍວັນ​ທີ 2/11, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ຫງວຽນ​ທິຢວານ ຮອງ​ປະທານ​ປະ​ເທດ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ນັກຮຽນ, ນັກ​ສຶກສາ ໄດ້​ຮັບລາ​ງວັນ​ໃນ​ການ​ສອບ​ເສັງ​ໂອ​ລິ​ມປິກ​ສາກົນ ​ແລະ ​ເສັງ​ໄດ້ຄະ​ແນນ​ດີ​ເດັ່ນ​ໃນ​ການ​ສອບ​ເສັງ​ເຂົ້າມະຫາວິທະຍາ​ໄລ​ປີ 2014 ລວມ 41 ຄົນ. ທ່ານ​ນາງຮອງ​ປະທານ​ປະ​ເທດ​ຫວຽດນາມ ​ຫງວຽນ​ທິຢວານ ຢືນຢັນ​ວ່າ, ພວກ​ນ້ອງ​ແມ່ນ​ຜູ້​ທີ່​ນຳ​ມາ​ເຊິ່ງກຽດ​ສະຫງ່າ​ໃຫ້​ແກ່​ປະ​ເທດ​ຊາດ, ພວກ​ນ້ອງ​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຕົນ​ເອງ, ຄອບຄົວ​ເທົ່າ​ນັ້ນ, ຫາກ​ຍັງ​ສົມ​ເປັນ​ແບບຢ່າງ​ທີ່​ດີ​ເດັ່ນ, ​ເປັນ​ສາງ​ພູ​ມ ປັນຍາ​ທີ່​ມີຄ່າຂອງປະ​ເທດ​ຊາດ​ໃນ​ປະຈຸ​ບັນ ​ແລະ ອະນາຄົດ​ອີກ​ດ້ວຍ. ​ເນື່ອງ​ໃນ​ໂອກາດ​ນີ້,  ທ່ານ​ນາງຮອງ​ປະທານ​ປະ​ເທດ​ຫວຽດນາມ ​ຫງວຽນ​ທິຢວານ ​ໃສ່​ໃຈ​ວ່າ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ຕ້ອງ​ສືບ​ຕໍ່​ປ່ຽນ​ໃໝ່​ວິທີ​ສອນ ​ແລະ ຮຽນ​ຢ່າງ​ແຮງ./.

ຂ່າວ/ບົດ​ອື່ນ