(vovworld) – ຕອນເຊົ້າວັນທີ 06/07, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ, ປະທານສະພາກອງທຶນອຸປະກະລະເດັກຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ມອບຂວງຂວັນ 32 ພູດ, ແຕ່ລະພູດມີມູນຄ່າ 2 ລ້ານດົງ ໃຫ້ເດັກທີ່ພວມປິ່ນປົວຢູ່ໂຮງໝໍຮ່ວານມີ້, ດ່ານັ້ງ. ເມື່ອເຮັດວຽກກັບຄະນະນຳໂຮງໝໍ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ຕີລາຄາສູງປະສິດທິຜົນຮູບແບບໂຮງໝໍເອກະຊົນຮ່ວມມືກັບຕ່າງປະເທດ, ສະແດງໃຫ້ເຫັນແຜນນະໂຍບາຍຂອງພັກ, ລັດຫວຽດນາມ ໃນການຫັນຂົງເຂດສາທາລະນະສຸກເປັນວຽກງານສັງຄົມ; ພ້ອມທັງສະເໜີໃຫ້ທ່ານໝໍເອົາໃຈໃສ່ ເບິ່ງແຍງດູແລໃຫ້ລູກຫຼານພະນັກງານ, ນັກຮົບພວມປະຕິບັດໜ້າທີ່ບົນທະເລ.
“ຂ້າພະເຈົ້າປາດຖະໜາວ່າ, ດ້ວຍນ້ຳໃຈບໍລິສຸດຂອງຖັນແຖວທ່ານໝໍ, ແພດໝໍ ແລະ ບັນດາຜູ້ຮັບໃຊ້ຢູ່ທີ່ນີ້ ດ້ວຍຈິດໃຈເພື່ອເດັກພາກກາງ, ຂ້າພະເຈົ້າສະເໜີໃຫ້ພວກເຮົາຕ້ອງມານະພະຍາຍາມຮັບໃຊ້ເປັນຢ່າງດີ. ເພື່ອໃຫ້ບັນດາເດັກນ້ອຍ, ຄົນເຈັບທີ່ໄດ້ຮັບການປິ່ນປົວຢູ່ທີ່ນີ້ເມື່ອອອກຈາກໂຮງໝໍລ້ວນແຕ່ມີຄວາມມ່ວນຊື່ນ. ນີ້ແມ່ນການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ”.