ຮອງປະທານສະພາແຫ່ງຊາດຕອງທິຟອງ ສິ້ນສຸດການຢ້ຽມຢາມຈີນ
ໂດຍໄດ້ຮັບຄຳເຊື້ອເຊີນຂອງຄະນະປະຈຳສະພາແຫ່ງຊາດ ສ.ປ ຈີນ, ຄະນະຜູ້ແທນ ສະພາແຫ່ງຊາດຫວຽດນາມ ໂດຍທ່ານນາງ ຕ່ອງທິຟ໋ອງ, ກຳມະການກົມການເມືອງ, ຮອງປະທານສະພາແຫ່ງຊາດນຳໜ້າໄດ້ມີການເຮັດວຽກຢູ່ ສ.ປ ຈີນ ແຕ່ວັນທີ 4 ຫາ ວັນທີ 8/1/2012. ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ມີການພົບປະເຈລະຈາ ກັບທ່ານ ອູ່ປາງກົ້ວ, ກຳມະການປະຈຳກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ຫົວໜ້າກຳມະການຄະນະປະຈຳສະພາແຫ່ງຊາດຈີນ, ເຈລະຈາ ກັບ ທ່ານ ລຸຢູງສຽງ ຮອງຫົວໜ້າກຳມະການຄະນະປະຈຳສະພາແຫ່ງຊາດຈີນ, ຢ້ຽມຢາມຮາກຖານເສດຖະກິດ - ວັດທະນະທຳຂອງ ບັກກິ່ງ ແລະ ຊຽງໄຮ້ ຈຳນວນໜຶ່ງ.ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ນັບຖືການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ມີປະສິດທິຜົນຂອງປະຊາຊົນຈີນທີ່ສະຫງວນໃຫ້ແກ່ຫວຽດນາມໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອກ່ອນ ກໍ່ຄືພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປະຈຸບັນ. ທ່ານນາງຮອງປະທານສະພາແຫ່ງຊາດເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສາຍພົວພັນລະຫວ່າງຫວຽດນາມ ແລະ ຈີນໃຫ້ເປັນປົກກະຕິ ບົນພື້ນຖານບັນດາຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ປະເທດ. ສິ່ງດັ່ງກ່າວຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທັງ 2 ປະເທດ ໃນພາລະກິດປະຕິຮູບ, ປ່ຽນແປງໃໝ່ ແລະ ພັດທະນາເສດຖະກິດ - ສັງຄົມຂອງຕົນ, ກໍ່ຄືໃຫ້ແກ່ຄວາມມີສະຖຽນລະພາບໃນພາກພື້ນ ແລະ ໃນໂລກ. 2ຝ່າຍຢັ້ງຢືນຕ້ອງນຳສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ຈີນ ກ້າວເຂົ້າສູ່ລວງເລີກ, ມີສະຖຽນລະພາບຢ່າງຍາວນານບົນພື້ນຖານຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ປະເທດ, ພ້ອມກັນນັ້ນກໍ່ສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສຫຼາຍຝ່າຍ.ແລະກໍ່ໃນວັນທີ 8/1, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ເຂົ້າຮ່ວມເວທີປາໄສລັດຖະສະພາ ອາຊີ - ປາເຊຟິກ ຄັ້ງທີ່ 20 ເຊິ່ງຖືກຈັດຂຶ້ນຢູ່ນະຄອນຫຼວງໂຕກຽວ, ປະເທດ ຍີ່ປູ່ນ.