ທ່ານໄຊສົມພອນ ພົມວິຫານ ແລະ ທ່ານນາງ ເຈືອງທິມາຍ
ພາບ:TTXVN
|
(vovworld)- ວັນທີ 30/1, ທ່ານຮອງປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ຕ້ອນຮັບຄະນະຜູ້ແທນກຳມາທິການກ່ຽວກັບບັນຫາສັງຄົມຂອງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານນາງ ເຈືອງທິມາຍ, ກຳມະການສູນກາງພັກ ເປັນຫົວຫນ້າຄະນະພວມຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 28 -30/1. ທີ່ການຕ້ອນຮັບ, ທ່ານນາງ ເຈືອງທິມາຍ ຕີລາຄາສູງການເພີ່ມທະວີການຮ່ວມມື ລະຫວ່າງສອງສະພາແຫ່ງຊາດ ຫວຽດນາມ ແລະ ລາວ ໃນການສ້າງນິຕິກຳ, ວຽກງານຕິດຕາມກວດກາ, ການສຳຫລວດບັນດາປະມວນກົດໝາຍ, ພິເສດ ໃນຂົງເຂດສາທາລະນະສຸກ ເພື່ອຮັບໃຊ້ປະຊາຊົນໃຫ້ນັບມື້ນັບປະສິດທິຜົນກວ່າ. ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນຊຸກຍູ້ການຮ່ວມມື, ປະກອບສ່ວນຢ່າງແທດຈິງໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ ແລະ ລາວ. ທ່ານຮອງປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ປາດຖະຫນາຢາກສອງຝ່າຍ ເພີ່ມທະວີການຮ່ວມມື ເພື່ອນຳບັນດາບັນຫາສັງຄົມຊຶ່ງສະພາແຫ່ງຊາດ ຮັບຮອງເອົາເຂົ້າສູ່ຊີວິດຢ່າງແທດຈິງ ແລະ ມີປະສິດທິຜົນ.