ຮອງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບຫົວໜ້າກຳມາທິການພົວພັນຕ່າງປະເທດສະພາແຫ່ງຊາດຝະລັ່ງ
ທ່ານນາງຮ່ອງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ
ແລະ ທ່ານນາງ Elisabeth Guigou
(ພາບ: DinhNam)
(vovworld) – ຕອນບ່າຍວັນທີ 16/12, ທີ່ການຕ້ອນຮັບທ່ານນາງຫົວໜ້າກຳມາທິການພົວພັນຕ່າງປະເທດສະພາແຫ່ງຊາດ ສາທາລະນະລັດ ຝະລັ່ງ Elisabeth Guigou ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາງຮ່ອງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຕີລາຄາສູງນະໂຍບາຍຂອງ ຝະລັ່ງ ໃນເລື່ອງເພີ່ມທະວີການຮ່ວມມືດ້ານເສດຖະກິດກັບ ຫວຽດນາມ ແລະ ໝາກຜົນການພົວພັນເສດຖະກິດລະຫວ່າງ 2 ປະເທດໃນໄລຍະຜ່ານມາ. ທ່ານນາງຮອງປະທານສະພາແຫ່ງຊາດ ສະເໜີ ຝະລັ່ງ ສະໜັບສະໜູນເລື່ອງລົງນາມໃນສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ ຢ່າງເປັນທາງການໂດຍໄວ. ທ່ານນາງຮອງປະທານສະພາແຫ່ງຊາດ ປາດຖະໜາວ່າ 2 ຝ່າຍສືບຕໍ່ຮ່ວມມື, ລົງທຶນຢ່າງມີປະສິດທິຜົນໃນທຸກຂົງເຂດ ເຊິ່ງວິສາຫະກິດ ຝະລັ່ງ ມີທ່າແຮງຄື: ພື້ນຖານໂຄງລ່າງ, ຄົມມະນາຄົມ - ຂົນສົ່ງ, ພະລັງງານ… ທ່ານນາງຮອງປະທານສະພາແຫ່ງຊາດ ເນັ້ນໜັກວ່າ: ເລື່ອງ 2 ຝ່າຍດຳເນີນການແລກປ່ຽນຄະນະຜູ້ແທນ, ການພົບປະເປັນປະຈຳ ໄດ້ປະກອບສ່ວນຍົກສູງການເຄື່ອນໄຫວຂອງສະພາແຫ່ງຊາດແຕ່ລະປະເທດຢ່າງມີປະສິດທິຜົນ, ເພີ່ມທະວີການຮ່ວມມື 2 ຝ່າຍ ແລະ ຢູ່ບັນດາເວທີປາໄສຫລາຍຝ່າຍ. ສ່ວນທ່ານນາງ Elisabeth Guigou ກໍສະແດງຄວາມເຊື່ອໝັ້ນວ່າ: ການພົວພັນ ຝະລັ່ງ - ຫວຽດນາມ ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ, ພິເສດແມ່ນໃນຂົງເຂດວັດທະນະທຳ, ເສດຖະກິດ.