ຮອງປະທານສະພາແຫ່ງຊາດອວງຈຸລິວຕ້ອນຮັບຄະນະຜູ້ແທນດີເດັ່ນຂະແໜງນ້ຳມັນອາຍແກັດຫວຽດນາມ
(ທ່ານຮອງປະທານສະພາແຫ່ງຊາດອວງຈຸລິວ
ຕ້ອນຮັບຄະນະຜູ້ແທນດີເດັ່ນຂະແໜງນ້ຳມັນອາຍແກັດຫວຽດນາມ)
(vovworld) - ຕອນເຊົ້າວັນທີ 01/12, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ອວງຈຸລິວ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພະນັກງານກຳມະບານ, ຄົນງານດີເດັ່ນໃນຂະບວນການອອກແຮງງານ ມີຫົວຄິດປະດິດສ້າງຂອງຂະແໜງນ້ຳມັນອາຍແກັດຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນມູນເຊື້ອຂອງຂະແໜງ. ຮັບຮູ້ ແລະ ຕີລາຄາສູງບັນດາຜົນງານເຊິ່ງກຸ່ມບໍລິສັດນ້ຳມັນອາຍແກັດຫວຽດນາມ ແລະ ກຳມະບານນ້ຳມັນອາຍແກັດຫວຽດນາມ ບັນລຸໄດ້, ທ່ານຮອງປະທານສະພາແຫ່ງຊາດ ສະເໜີໃຫ້ທົ່ວຂະແໜງນ້ຳມັນອາຍແກັດ ຕ້ອງເອົາໃຈໃສ່ຮັບປະກັນການຜະລິດ, ເຄື່ອນໄຫວຢ່າງຕໍ່ເນື່ອງ, ຮັບປະກັນຄວາມປອດໄພຢູ່ບັນດາໂຮງງານ, ກິດຈະກຳ… ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ກໍ່ຮຽກຮ້ອງໃຫ້ກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ກວດກາ, ຕີລາຄາໂດຍສັງເຂບກ່ຽວກັບສະພາບການຕົວຈິງສຳລັບບັນດາໂຄງການລົງທຶນໂດຍກົງ; ປະຕິບັດຖືກຕາມຄວາມຮຽກຮ້ອງ, ຍູ້ແຮງຄວາມຄືບໜ້າໃນການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່, ຮັບປະກັນປະສິດທິຜົນ, ຖືກກັບກົດໝາຍ; ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ການພັດທະນາຂອງກຸ່ມບໍລິສັດໃນຊຸມປີຈະມາເຖິງ.