ຮອງປະທານສະພາແຫ່ງຊາດ ລາວ ຕ້ອນຮັບຄະນະປະຕິບັດງານກຳມາທິການເສດຖະກິດຂອງ ສະພາແຫ່ງຊາດ ຫວຽດນາມ
Quoc Khanh, ນັກຂ່າວ VOV ຢູ່ ລາວ -  
ທ່ານ ຫງວຽນວັນຟຸກ ແລະ ທ່ານ ໄຊສົມພອນ ພົມວິຫານ
(vovworld) – ຕອນບ່າຍວັນທີ 22/7, ຢູ່ຫ້ອງວ່າການສະພາແຫ່ງຊາດ ລາວ, ທ່ານ ໄຊສົມພອນ ພົມວິຫານ, ກຳມະການສູນກາງພັກປະຊາຊົນປະຕິວັດ ລາວ, ຮອງປະທານສະພາແຫ່ງຊາດ ລາວ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານຂອງກຳມາທິການເສດຖະກິດ ສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ຫງວຽນວັນຟຸກ, ຮອງຫົວໜ້າກຳມາທິການນຳໜ້າ, ທີ່ພວມຢ້ຽມຢາມ ສປປ ລາວ ແຕ່ວັນທີ 21 – 25/7. ທ່ານ ຫງວຽນວັນຟຸກ ລາຍງານໃຫ້ທ່ານຮອງປະທານສະພາແຫ່ງຊາດ ລາວ ໄດ້ຮັບຊາບກ່ຽວກັບໝາກຜົນການເຈລະຈາກັບບາງກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງ ລາວ ແລະ ບັນດາວິສາຫະກິດ ຫວຽດນາມ ທີ່ລົງທຶນຢູ່ ລາວ, ກໍ່ຄືບັນດາຂໍ້ສະເໜີທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເພື່ອແນໃສ່ຄຸ້ມຄອງວຽກງານລົງທຶນຢູ່ ລາວ ຢ່າງແທດຈິງ ແລະ ມີປະສິດທິຜົນ. ທ່ານ ຫງວຽນວັນຟຸກ ປາດຖະໜາວ່າ: ລັດຖະບານ ລາວ ສືບຕໍ່ມີນະໂຍບາຍບຸລິມະສິດສຳລັບບັນດາວິສາຫະກິດ ຫວຽດນາມ ລົງທຶນ ຢູ່ ລາວ. ທ່ານຮອງປະທານສະພາແຫ່ງຊາດ ລາວ ພົມວິຫານ ຕີລາຄາສູງຄວາມເປັນເຈົ້າການສົມທົບກັນລະຫວ່າງ ກຳມາທິການເສດຖະກິດຂອງສະພາແຫ່ງຊາດ 2 ປະເທດ ໃນສະພາບການ ລາວ ຫາກໍ່ເຂົ້າເປັນສະມາຊິກອົງການການຄ້າໂລກ (WTO), ກໍ່ຄືວິວັດການມຸ່ງໄປເຖິງປະຊາຄົມເສດຖະກິດ ອາຊຽນ ໃນປີ 2015, ເຊິ່ງ ລາວ ພວມເອົາໃຈໃສ່ຮຳ່ຮຽນ ເອົາບົດຮຽນຂອງ ຫວຽດນາມ. ທ່ານຮອງປະທານສະພາແຫ່ງຊາດ ພົມວິຫານ ຫວັງວ່າ ຫວຽດນາມ ສືບຕໍ່ໜູນຊ່ວຍ ລາວ ຜ່ານບັນດາໂຄງການທີ່ໄດ້ຮັບການລົງນາມ, ສົມທົບກັບບັນດາກະຊວງ, ຂະແໜງການເພີ່ມທະວີການຕິດຕາມ, ກວດກາ, ຄຸ້ມຄອງບັນດາໂຄງການລົງທຶນ, ສືບຕໍ່ຮຽກຮ້ອງໃຫ້ບັນດາວິສາຫະກິດ ຫວຽດນາມ ລົງທຶນ ຢູ່ ລາວ.
Quoc Khanh, ນັກຂ່າວ VOV ຢູ່ ລາວ