ຮອງປະທານສະພາແຫ່ງ ຊາດຫງວຽນທິກິມເງິນ ຢ້ຽມຢາມແຂວງດົ່ງນາຍ
(ພາບ: baodongnai.com.vn)
(vovworld)- ວັນທີ 24/2, ທ່ານນາງຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງດົ່ງນາຍ ກ່ຽວກັບສະພາບການພັດ ທະນາເສດຖະກິດສັງຄົມຂອງທ້ອງຖິ່ນ. ໃນການເຮັດວຽກກັບການນຳແຂວງ, ທ່ານນາງຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນ ໄດ້ຕີລາຄາສູງການພັດທະນາເສດຖະກິດສັງຄົມຂອງແຂວງ. ປີ 2013, ດົ່ງນາຍ ແມ່ນ 1 ໃນຈຳນວນ 5 ທ້ອງຖິ່ນປະກອບເຂົ້າງົບປະມານສູນກາງຫຼາຍກ່ວາໝູ່. ທ່ານນາງຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນ ໃສ່ໃຈວ່າ, ປີ 2014, ສະພາບເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ສະນັ້ນ, ທ້ອງຖິ່ນຍັງຕ້ອງສືບຕໍ່ມານະພະຍາຍາມກ່ວາອີກເພື່ອບັນລຸໄດ້ບັນດາແຜນການ, ມະຕິທີ່ໄດ້ວາງອອກ. ທາງແຂວງຕ້ອງກວດກາຄືນບັນຫາວາງແຜນພັດທະນາເສດຖະກິດສັງຄົມ, ເຮັດແນວໃດເພື່ອຍູ້ແຮງການພັດທະນາຂົງເຂດການບໍລິການໃນບໍລິເວນ./.