ຮອງປະທານາທິບໍດີຂອງອະດີດປະທານາທິບໍດີAhmadinejadສະໝັກເລືອກຕັ້ງເປັນປະທານາທິບໍດີ
ທ່ານ ອະດີດປະທານາທິບໍດີ Ahmadinejad
(ພາບປະກອບ)
|
(vovworld) - ວັນທີ 18/2, ທ່ານ Hamid Baghaie, ຮອງປະທານາທິບໍດີຂອງອະດີດປະທານາທິບໍດີ Ahmadinejad ໄດ້ປະກາດອອກສະໝັກເລືອກຕັ້ງໃນການເລືອກຕັ້ງປະທານາທິບໍດີ ອີຣານ ເຊິ່ງຄາດວ່າຈະດຳເນີນໃນປີຢູ່ປະເທດນີ້ຢ່າງເປັນທາງການ. ທ່ານ Hamid Baghaie ເຄີຍເປັນຮອງປະທານາທິບໍດີ ອີຣານ, ຮັບຜິດຊອບບັນດາບັນຫາບໍລິຫານ, ທັງເປັນຫົວໜ້າຄະນະກຳມະການທ່ອງທ່ຽວ ໃນສະໄໝຂອງ ປະທານາທິບໍດີ Ahmadinejad. ທ່ານ Hamid Baghaie, ໃຫ້ຮູ້ວ່າ: ທ່ານຈະເຂົ້າຮ່ວມການເລືອກຕັ້ງໃນຖານະເປັນ “ຜູ້ສະໝັກຮັບເລືອກຕັ້ງເອກະລາດ“. ສ່ວນທ່ານ ປະທານາທິບໍດີ Hassan Rouhani ກໍ່ຄາດວ່າຈະເຂົ້າຮ່ວມການຫາສຽງເລືອກຕັ້ງເປັນປະທານາທິບໍດີ, ອາຍຸການທີ່ 2, ແຕ່ມາຮອດປະຈຸບັນ, ທ່ານຍັງບໍ່ທັນຍົກຖະແຫຼງການທາງການໃດໆອອກມາເທື່ອ.