(vovworld) - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະມັດຊາ UNESCO ແລະ ຢ້ຽມຢາມ 3 ປະເທດເອີລົບ ແມ່ນ ສ.ຝລັ່ງ, ສ.ເຊັກ ແລະ ສະຫະພັນລັດເຊຍ, ຕອນບ່າຍວັນທີ 23/04, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນແທງເຊີນ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ມີການພົບປະ ແລະ ໂອ້ລົມກັບຜູ້ຕາງໜ້າພໍ່ແມ່ປະຊາຊົນຊາວຫວຽດນາມອາໄສຢູ່ສະຫະພັນລັດເຊຍ. ທ່ານຮອງລັດຖະມົນຕີ ຫງວຽນແທງເຊີນ ໄດ້ແຈ້ງໃຫ້ພໍ່ແມ່ປະຊາຊົນຊາບກ່ຽວກັບສະພາບປະເທດຊາດ, ການພົວພັນລະຫວ່າງຫວຽດນາມ ກັບ ສາກົນເວົ້າລວມ ແລະ ສະພາບການຂອງຊາວຫວຽດນາມ ອາໄສຢູ່ປະເທດຕ່າງໆໃນໂລກ ກໍຄືບັນດາການເຄື່ອນໄຫວຂອງພໍ່ແມ່ປະຊາຊົນທີ່ມີຕໍປະເທດຊາດເວົ້າສະເພາະ. ທ່ານຮອງລັດຖະມົນຕີ ຫງວຽນແທງເຊີນ ໃຫ້ຮູ້ວ່າ.
“ໃນໄລຍະຜ່ານມາ, ພວກຂ້າພະເຈົ້າໄດ້ມີການເຄື່ອນໄຫວຫຼາຍຢ່າງທີ່ມຸ່ງໄປສູ່ພໍ່ແມ່ປະຊາຊົນອາໄສຢູ່ບັນດາປະເທດໃນໂລກ, ພິເສດແມ່ນປະຊາຄົມຊາວຫວຽດນາມ ອາໄສຢູ່ອາເມລິກາ ກ່ຽວກັບບັນດາການເຄື່ອນໄຫວພາຍໃນປະເທດທີ່ໄດ້ຮັບໝາກຜົນດີ. ປະຈຸບັນ ພັກ ແລະ ລັດ ພວມພິຈາລະນາ, ຕີລາຄາສັງລວມກຳລັງແຮງຂອງປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ. ແລະປະຈຸບັນກຳລັງແຮງຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດພວມພັດທະນາຢ່າງໝັ້ນຄົງ ແລະ ດີງາມ.”