ຮອງລັດຖະມົນຕີການຕ່າງປະເທດຫວູຮົ່ງນາມເຂົ້າຮ່ວມກອງປະຊຸມທາບທາມຄວາມເຫັນກັບກະຊວງການຕ່າງປະເທດກົດດີວົວ
ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວູຮົ່ງນາມ ເຮັດວຽກຢູ່ປະເທດສ.ກົດດີວົວ
(ພາບ: mofa.gov.vn)
(vovworld) - ໃນລະຫວ່າງວັນທີ 16 - 19/04/2017, ທ່ານຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຫວູຮົ່ງນາມ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດສ.ກົດດີວົວ, ເຊິ່ງແມ່ນຄູ່ຄ້າໃຫຍ່ອັນດັບ 2 ຂອງຫວຽດນາມ ຢູ່ອາຟະລິກາ ດ້ວຍວົງເງິນການຄ້າ 2 ສົ້ນບັນລຸກວ່າ 820 ລ້ານ USD ໃນປີ 2016.
ໃນການຢ້ຽມຢາມ, ທ່ານຮອງລັດຖະມົນຕີ ຫວູຮົ່ງນາມ ໄດ້ມີການເຮັດວຽກກັບລັດຖະມົນຕີກະຊວງການຄ້າ, ຫັດຖະກຳ ແລະ ພັດທະນາວິສາຫະກິດຂະໜາດກາງ ແລະ ນ້ອຍ ແລະ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ; ເຂົ້າຮ່ວມກອງປະຊຸມທາບທາມຄວາມເຫັນດ້ານການເມືອງ ຄັ້ງທີໜຶ່ງ; ເປັນປະທານຮ່ວມໃນການໂອ້ລົມສົນທະນາວິສາຫະກິດຫວຽດນສາມ - ກົດດີວົວ.
ທີ່ບັນດາການພົບປະ, 2 ຝ່າຍໄດ້ປຶກສາຫາລືຫຼາຍມາດຕະການຫັນການພົວພັນແລກປ່ຽນດ້ານການຄ້າເປັນຫຼາຍຮູບຫຼາຍແບບ ແລະ ຊຸກຍູ້ການລົງທຶນ 2 ຝ່າຍ. ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ບັນດາວິສາຫະກິດລົງທຶນໂດຍກົງເຂົ້າໃນການຍົກສູງສະມັດຕະພາບ ກໍ່ຄືການຜະລິດປຸງແຕ່ງເຂົ້າສານ ແລະ ໝາກມ່ວງຫິມະພານຢູ່ ກົດດີວົວ. ກົດດີວົວ ກໍສະເໜີໃຫ້ຫວຽດນາມ ແບ່ງປັນບົດຮຽນໃນການພັດທະນາຫຼາຍຂົງເຂດຄື: ພັດທະນພື້ນຖານໂຄງລ່າງ, ກະສິກຳ, ການປະມົງ... ແລະ ໃຫ້ຄຳໝັ້ນສັນຍາຈະສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມລົງທຶນເຂົ້າກົດດີວົວ.