ຮອງລັດຖະມົມຕີຜູ້ທີໜຶ່ງກະຊວງການຕ່າງປະເທດອີຣານຢ້ຽມຢາມຫວຽດນາມ

(VOVWORLD) -ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ, ທ່ານຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດອີຣານ Morteza Sarmadi ໄດ້ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ໃນລະຫວ່າງວັນທີ 10 – 13 ມີນາ.

ຮອງລັດຖະມົມຕີຜູ້ທີໜຶ່ງກະຊວງການຕ່າງປະເທດອີຣານຢ້ຽມຢາມຫວຽດນາມ - ảnh 1ການເຈລະຈາລະຫວ່າງ 2 ຝ່າຍ

(ພາບ: TTXVN)

ຕອນເຊົ້າວັນທີ 11 ມີນາ, ຢູ່ເຮືອນຮັບແຂກລັດຖະບານ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກເກື່ອງ ໄດ້ມີການເຈລະຈາກັບທ່ານຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດອີຣານ Morteza Sarmadi. ທີ່ການເຈລະຈາ, ທ່ານຮອງລັດຖະມົນຕີ ຫງວຽນກວັກເກື່ອງ ຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານກັບອີຣານ ແລະ ສະເໜີໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.

        ສ່ວນທ່ານຮອງລັດຖະມົນຕີ Morteza Sarmadi ໄດ້ຢືນຢັນເລື່ອງຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບຫວຽດນາມ, ພິເສດແມ່ນໃນຂົງເຂດເສດຖະກິດ - ການຄ້າ.

        ຮອງລັດຖະມົນຕີ 2 ທ່ານ ຍັງແລກປ່ຽນກ່ຽວກັບບັນດາມາດຕະການ ແລະ ທິດທາງເພື່ອແນໃສ່ແກ້ໄຂບັນດາສິ່ງຕິດຂັດ, ນຳການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ - ອີຣານ ໃຫ້ກ້າວຂຶ້ນລະດັບພັດທະນາໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ