(VOVWORLD) -ຮອບຊີງຊະນະເລີດ ການແຂ່ງຂັນ ບານເຕະຊາຍ U23 ອາຊີ 2020 ໄດ້ດຳເນີນໃນລະຫວ່າງວັນທີ 8 – 26 ມັງກອນຢູ່ ໄທ.
ຄູ່ຝຶກ Park Hang seo ແລະ ນັກເຕະ (ພາບ: TTXVN) |
ຮອບຊີງຊະນະເລີດ U23 ອາຊີ ແມ່ນຮອບຄັດເລືອກເພື່ອຕັດສິນ ເອົາ 4 ທິມໄປເຂົ້າຮ່ວມ Olympic ໂຕກຽວ 2020. ຍ້ອນວ່າ ຍີ່ປຸ່ນ ແມ່ນປະເທດເຈົ້າພາບຈັດຕັ້ງ Olympic ໂຕກຽວ, ສະນັ້ນ ຈຶ່ງມີໂອກາດໃຫ້ພຽງແຕ່ 3 ທິມຂອງບັນດາປະເທດຢູ່ອາຊີ. ໃນຄັ້ງທີ 3 ທີ່ມີໜ້າຢູ່ ການແຂ່ງຂັນ U23 ອາຊີນີ້, U23 ຫວຽດນາມ ມີຄວາມຕັດສິນໃຈສູງທີ່ສຸດເພື່ອບັນລຸໄດ້ຜົນງານທີ່ດີ, ຍາດໄດ້ສິດເຂົ້າໄປແຂ່ງຂັນຢູ່ງານ Olympic ໂຕກຽວ 2020.
U23 ຫວຽດນາມ ຈະເຕະນັດທຳອິດໃນວັນທີ 10 ມັງກອນ ກັບທິມ U23 UAE, ໃນວັນທີ 13 ມັງກອນແມ່ນຈະພົບກັບທິມ U23 ຈໍແດນ ແລະ ວັນທີ 16 ມັງກອນແມ່ນພົບກັບທິມ U23 ສປປ.ເກົາຫຼີ.