ກອງປະຊຸມຂ່າວ Hanoi Gift Show 2014
(ພາບ: baotintuc.vn)
(vovworld) – ຮ້ານວາງສະແດງສິນຄ້າຜະລິດຕະພັນສິລະປະຫັດຖະກຳຮ່າໂນ້ຍ 2014 (Hanoi Gift Show 2014), ຈະດຳເນີນໄປແຕ່ວັນທີ 27 – 30/10, ຢູ່ສູນຈັດຕັ້ງງານວາງສະແດງຫວຽດນາມ, ທີ່ຮ່າໂນ້ຍ. Hanoi Gift Show 2014 ຄັ້ງນີ້ມີ ຮ້ານວາງສະແດງສິນຄ້າ 550 ຮ້ານ ຂອງ ເກືອບ 300 ວິສາຫະກິດຂອງຮ່າໂນ້ຍ ແລະ ບັນດາແຂວງນະຄອນໃນທົ່ວປະເທດ. ການນຳສະມາຄົມສົ່ງອອກຜະລິດຕະພັນສິລະປະຫັດຖະກຳຫວຽດນາມ ໃຫ້ຮູ້ວ່າ ງານວາງສະແດງຄັ້ງນີ້ຈະມີບັນດາຜະລິດຕະພັນສິລະປະຫັດຖະກຳ, ເຄື່ອງປະດັບໃນຄອບຄົວ, ຜະລິດຕະພັນໂຕະຕັ່ງ…ພິເສດ, ໃນຂອບເຂດ Hanoi Gift Show 2014 ຈະມີການເຂົ້າຮ່ວມຂອງບັນດາປະເທດຄື: ອິນໂດເນເຊຍ, ລາວ, ເນປານ. ຄາດວ່າ, Hanoi Gift Show 2014 ຈະດຶງດູດຜູ້ມາຢ້ຽມຊົມກວ່າ 10.000 ຄົນ.