ຮາມາດປະຕິເສດຄວາມສາມາດເຈລະຈາໂດຍກົງກັບອິດສະຣາແອນ
ບັນດາມືປືນເຂົ້າຮ່ວມການເດີນຂະບວນຢູ່ນະຄອນ ກາຊາ ໃນວັນທີ 11/9
(ພາບ: AFP/TTXVN)
(vovworld) – ວັນທີ 13/9, ການນຳອັນດັບໜຶ່ງຂອງຂະບວນການອິດສະລາມ ຮາມາດ ເຄີຍຮັກສາຕຳແໜ່ງນາຍົກລັດຖະມົນຕີອຳນາດການປົກຄອງຂອງ ຮາມາດ ຢູ່ເຂດ ກາຊາ, ທ່ານ Ismail Haniya ຢັ້ງຢືນວ່າ: ຂະບວນການນີ້ບໍ່ມີເຈດຈຳນົງຈັດຕັ້ງການເຈລະຈາ ໂດຍກົງກັບ ອິດສະຣາແອນ. ກ່າວຄຳເຫັນຕໍ່ມະຫາຊົນຢູ່ເຂດ ກາຊາ, ທ່ານ Haniya ຖະແຫຼງຈະ “ບໍ່ມີການເຈລະຈາໂດຍກົງກັບຝ່າຍຊາວຢິວ”, ພ້ອມທັງຮຽກຮ້ອງໃຫ້ທ່ານປະທານາທິບໍດີ ປາແລດສະຕີນ Mahmud Abbas ທີ່ໄດ້ຮັບການສະໜັບສະໜູນຈາກຝ່າຍຕາເວັນຕົກ “ພິຈາລະນາຄືນ” ຍຸດທະສາດເຈລະຈາກັບ ອິດສະຣາແອນ.
ກ່ອນໜ້ານັ້ນ, ວັນທີ 12/9, ຮອງຫົວໜ້າຜູ້ອື່ນຂອງ ຮາມາດ ທີ່ພວມຜັດຖິ່ນແມ່ນທ່ານ Mussa Abu Marzuq ຖືວ່າ ອາດສາມາດບໍ່ຫຼີກລ້ຽງການເຈລະຈາກັບລັດຊາວ ຢິວ ໃນສະພາບການບັນດາການເຈລະຈາໂດຍທາງອ້ອມ ຖືກນຳເຂົ້າແຜນການລະຫວ່າງ ອິດສະຣາແອນ ແລະ ປາແລດສະຕີນ ຢູ່ ກາຍໂຣ, ໂດຍ ອີຢິບ ແມ່ນຄົນກາງໄກ່ເກ່ຍ, ເພື່ອແນໃສ່ປັບປຸງຄຳສັ່ງຢຸດຍິງຢູ່ເຂດກາຊາ.