ຮ່າຢາງຍູ້ແຮງວຽກງານພົວພັນຕ່າງປະເທດ,ສ້າງບາດກ້າວບຸກທະລຸໃນການພັດທະນາເສດຖະກິດສັງຄົມ

ຮ່າຢາງຍູ້ແຮງວຽກງານພົວພັນຕ່າງປະເທດ,ສ້າງບາດກ້າວບຸກທະລຸໃນການພັດທະນາເສດຖະກິດສັງຄົມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ຟ້າມບິ່ງ​ມິ​ງ
ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ຮ່າ​ຢາງ
(ພາບ: cpv.org.vn)


(vovworld) - ​​ ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ຮ່າ​ຢາງ, ຕອນ​ເຊົ້າ​ວັນ​ທີ 23/04, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ຟ້າມບິ່ງ​ມິ​ງ ​ໄດ້​ສະເໜີ​ວ່າ ​ໃນ​ປີ 2014, ​ແຂ​ວງຮ່າ​ຢາງ ຕ້ອງ​ຂຸດ​ຄົ້ນ ​ແລະ ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ທ້ອງ​ຖິ່ນ​ເປັນ​ຢ່າງ​ດີ, ຄວນ​ຍູ້​ແຮງ​ວຽກ​ງານ​ການພົວພັນ​ຕ່າງປະ​ເທດ, ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ. ຄຽງຂ້າງ​ນັ້ນ, ຮ່າ​ຢາງ ຕ້ອງ​ກວດກາ​ຄືນ​ການ​ພັດທະນາ​ບັນດາ​ເຂດ​ເສດຖະກິດ​ດ່ານ​ຊາຍ​ແດນ; ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ລະຫວ່າງ​ຮ່າ​ຢາງ ກັບ​ບັນດາ​ແຂວງ​ໃນ​ເຂດ; ຍູ້​ແຮງການ​ພັດທະນາ​ເສດຖະກິດ​ຜ່ານ​ແລວ​ເສດຖະກິດ​ບັນດາ​ເຂດ​ທາງ​ທິດຕາ​ເວັນ​ອອກ - ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ຕັກເຕືອນ​ແຂວງ​ຮ່າ​ຢາງ​ວ່າ ​ຕ້ອງເພີ່ມ​ທະວີການ​ພັດທະນາ​ເສດຖະກິດ​ຊາຍ​ແດນ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ຈີນ; ປະຕິບັດ​ວຽກ​ງານ​ຄຸ້ມ​ຄອງ​ເສັ້ນ​ຊາຍ​ແດນ, ປັກ​ຫຼັກ​ໝາຍ​ຊາຍ​ແດນ​ຢ່າງ​ມີ​ປະສິດທິ​ຜົນ; ​ເສີມ​ຂະຫຍາຍ​ການ​ບໍລິການ​​ເສດຖະກິດ​ດ່ານ​ຊາຍ​ແດນ, ທ່ອງ​ທ່ຽວ ​ເພື່ອ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ໝັ້ນ​ຄົງ. ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ກໍ່​ສະ​ເໜີ​ໃຫ້​ແຂວງ​ຮ່າ​ຢາງ ຕ້ອງ​ສືບ​ຕໍ່​ປະຕິບັດ​ການ​ຄຸ້ມ​ຄອງ​ຄົນ​ງານ​ທີ່​ພວມ​ດຳລົງ​ຊີວິດ​ຢູ່​ບັນດາ​ຕາ​ແສງ​ຕິດ​ກັບ​ຊາຍ​ແດນ​ເປັນ​ຢ່າງ​ດີ; ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ລາຍ​ຮັບ​ໃຫ້​ຄົນ​ງານ​​ຊາວ​ເຜົ່າ​ສ່ວນ​ໜ້ອຍ.

ຂ່າວ/ບົດ​ອື່ນ