(vovworld)- ແຕ່ວັນທີ 01 ຫາວັນທີ 03/8 ຄະນະປະຕິບັດງານຂອງສະພາຊົນເຜົ່າຂອງສະພາແຫ່ງຊາດ ໂດຍທ່ານ ຫຽວຽນເລີມແທ່ງ ຮອງປະທານສະພາເປັນຫົວໜ້າຄະນະ ໄດ້ໄປກວດກາວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງ ຈາກພະຍຸ Rammasun ຢູ່ແຂວງ ຮ່າຢາງ ແລະ ຊອກຫາບັນດາວິທີແກ້ໄຂ ເພື່ອສັບຊ້ອນເຮັດໃຫ້ສະພາບການຢູ່ເຂດທີ່ເຄີຍເກີດໄພທຳມະຊາດ, ພະຍຸນໍ້າຖ້ວມ, ດິນເຊາະເຈື່ອນເປັນປົກກະຕິ. ເມື່ອເຮັດວຽກກັບການນຳແຂວງຮ່າຢາງ ໃນວັນທີ 03/8, ທ່ານ ຫງວງນເລີມແທ່ງ ຮຽກຮ້ອງໃຫ້ແຂວງຄວນສືບຕໍ່ຜັນຂະຫຍາຍບັນດາມາດຕະການສັບຊ້ອນເຮັດໃຫ້ສະພາບການເປັນຢູ່ຂອງປະຊາຊົນໃນເຂດດັ່ງກ່າວເປັນປົກກະຕິ. ບັນດາທ້ອງຖິ່ນຢູ່ເຂດດິນເຊາະເຈື່ອນ ຄວນບຸລິມະສິດເນື້ອທີ່ດິນທີ່ສະດວກ ເພື່ອກໍ່ສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ຄືນໃຫມ່ ທັງຮັບໃຊ້ວຽກງານປະຊາຊົນ ທັງປ້ອງກັນ, ຕ້ານໄພທຳມະຊາດ.
ກ່ອນໜ້ານັ້ນ, ຍ້ອນຜົນສະທ້ອນຈາກພະຍຸ ແຕ່ວັນທີ 19 ຫາ ວັນທີ 22/7 ແຂວງຮ່າຢາງ, ມີຝົນຕົກໜັກ ກໍ່ເຮັດໃຫ້ເກີດນໍ້າແກ່ງຢູ່ແມ່ນ້ຳໂລ. ອັນໄດ້ເຮັດໃຫ້ມີຜູ້ທີ່ເສຍຊີວິດ 8 ຄົນ. ຄວາມເສຍຫາຍດ້ານເສດຖະກິດຄາດວ່າເກືອບ 400 ຕື້ດົ່ງ. ຄະນະປະຕິບັດງານກໍ່ມາຢ້ຽມຢາມ, ມອບຂອງຂວັນໃຫ້ບາງຄອບຄົວທີ່ຖືກເສຍຫາຍໜັກຈາກພະຍຸດັ່ງກ່າວ.