ຮ່າໂນ້ຍມີບົດຮຽນຫລາຍຢ່າງໃນວຽກງານສັບຊ້ອນກົງຈັກໃຫ້ກະທັດລັດ

(VOVWORLD) -ຕອນບ່າຍວັນທີ 27 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ນຳຫນ້າຄະນະປະຕິບັດງານຂອງຄະນະຊີ້ນຳແຫ່ງລັດກ່ຽວກັບການປ່ຽນໃຫມ່ກົນໄກການເຄື່ອນໄຫວຂອງບັນດາຫົວຫນ່ວຍວິຊາການຂອງລັດ ໄດ້ເຮັດວຽກກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ. 
ຮ່າໂນ້ຍມີບົດຮຽນຫລາຍຢ່າງໃນວຽກງານສັບຊ້ອນກົງຈັກໃຫ້ກະທັດລັດ - ảnh 1  ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ກ່າວຄຳເຫັນທີ່ການເຮັດວຽກ

ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຖືວ່າ: ຮ່າໂນ້ຍ ໄດ້ມີບົດລາຍງານຄົບຖ້ວນກ່ຽວກັບການປະຕິບັດການປ່ຽນໃຫມ່ກົນໄກຄຸ້ມຄອງ, ກົນໄກການເງິນ, ລະບົບບັນດາຫົວຫນ່ວຍວິຊາການ. ຄວາມຈິງ ຮ່າໂນ້ຍ ໄດ້ປະຕິບັດເປັນຢ່າງດີ ແລະ ມີບົດຮຽນຫລາຍຢ່າງໃນການສັບຊ້ອນກົງຈັກໃຫ້ກະທັດລັດ, ມີແຜນການເປັນລະບົບ. ທ່ານຮອງນາຍົກລັດຖະມົນຕີ ສະເຫນີ ຄວນເຮັດແຈ້ງປະສິດທິຜົນພາຍຫລັງສັບຊ້ອນກົງຈັກຄືນໃຫມ່. 

ຕອບກັບ

ຂ່າວ/ບົດ​ອື່ນ