ຮ່າໂນ້ຍໃຫ້ຄຳໝັ້ນສັນຍາສ້າງສະພາບແວດລ້ອມຢ່າງມີສະຖຽນລະພາບເພື່ອໃຫ້ວິສາຫະກິດໄທເຂົ້າມາລົງທຶນ, ດຳເນີນທຸລະກິດຍາວນານ
(VOVWORLD) -ທ່ານ ທານີ ແສງຣັດ ໄດ້ຕີລາຄາສູງຕໍ່ໝາກຜົນໃນການຄວບຄຸມໂລກລະບາດ Covid – 19 ຂອງຫວຽດນາມເວົ້າລວມ ແລະ ຮ່າໂນ້ຍເວົ້າສະເພາະ ແລະ ໝາກຜົນດັ່ງກ່າວນັ້ນ ສາກົນກໍ່ໄດ້ຮັບຮູ້.
ທ່ານ ເວືອງດິ່ງເຫ້ວ ເລຂາຄະນະພັກນະຄອນຮ່າໂນ້ຍໃຫ້ຕ້ອນຮັບທ່ານ ທານີ ແສງຣັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກໄທປະຈຳຫວຽດນາມ (ພາບ:TTXVN) |
ຕອນບ່າຍວັນທີ 2 ມິຖຸນາ, ທີ່ການຕ້ອນຮັບທ່ານ ທານີ ແສງຣັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກໄທປະຈຳຫວຽດນາມ, ທ່ານ ເວືອງດິ່ງເຫ້ວ ເລຂາຄະນະພັກນະຄອນຮ່າໂນ້ຍໄດ້ຢັ້ງຢືນວ່າ ນະຄອນໃຫ້ຄຳໝັ້ນສັນຍາສ້າງສະພາບແວດລ້ອມແຫ່ງການລົງທຶນຢ່າງມີສະຖຽນລະພາບເພື່ອໃຫ້ບັນດາວິສາຫະກິດໄທມີຄວາມອຸ່ນອຽນໃຈໃນການລົງທຶນ, ດຳເນີນທຸລະກິດໃນໄລຍະຍາວ, ທ່ານ ເວືອງດິ່ງເຫ້ວ ກໍ່ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ ຈະມີວິສາຫະກິດໄທ ເຂົ້າມາລົງທຶນຢູ່ຮ່າໂນ້ຍຫຼາຍກ່ວານີ້ອີກ.
ສ່ວນທ່ານ ທານີ ແສງຣັດ ໄດ້ຕີລາຄາສູງຕໍ່ໝາກຜົນໃນການຄວບຄຸມໂລກລະບາດ Covid – 19 ຂອງຫວຽດນາມເວົ້າລວມ ແລະ ຮ່າໂນ້ຍເວົ້າສະເພາະ ແລະ ໝາກຜົນດັ່ງກ່າວນັ້ນ ສາກົນກໍ່ໄດ້ຮັບຮູ້. ກ່ຽວກັບໂອກາດໃນການຮ່ວມມືທາງດ້ານການຄ້າ, ການລົງທຶນສອງຝ່າຍ, ທ່ານທານີແສງຣັດ ໄດ້ສະເໜີໃຫ້ ສອງຝ່າຍພິຈາລະນາຄວາມເປັນໄປໄດ້ໃນການຮ່ວມກັນຈັດຕັ້ງກອງປະຊຸມສຳມະນາ ເພື່ອປຶກສາຫາລືກ່ຽວກັບບັນດານີ້.